ສະຫະພັນບານເຕະນາໆຊາດ ຫລື ຟີຟ້າ ປະກາດລາງວັນດີເດັ່ນຂອງຟີຟ້າ ຫລື The Best FIFA Men’s Player ປະຈຳປີ 2022 ເມື່ອວັນທີ 27 ກຸມພາ 2023, ຜົນປະກົດວ່າ: ລີໂອເນວ ເມັສຊີ້ ສູນໜ້າ ປາຣີ ແຊັງແຊກແມັງ ກັບຕັນທີມຊາດອາກຊັງຕິນ ໄວ 35 ປີ ຫລ້າສຸດພາທັບຟ້າຂາວຄວ້າແຊ້ມໂລກ 2022 ໃນຮອບ 36 ປີ ໄດ້ຄະແນນໂຫວດ 52 ຄະແນນ ເອົາຊະນະ ຄີລຽນ ເອັມບັບເປ້ ກອງໜ້າ ປາຣີ ແຊັງແຊກແມັງ ທີມຊາດຝຣັ່ງ ໄວ 24 ປີ ທີ່ໄດ້ 44 ຄະແນນ ແລະ ຄາຣິມ ເບັນເຊມ້າ ສູນໜ້າຊາວຝຣັ່ງ ຈາກຣຽວ ມາດຣິດ ເຈົ້າຂອງລາງວັນບັນລົງດໍຣ ແລະ ນັກເຕະດີເດັ່ນຂອງເອີຣົບ ໄດ້ 34 ຄະແນນ, ສ່ວນ ໂຣເບີດ ເລວານດັອຟສະກີ້ ທີມຊາດໂປໂລຍ ຈາກບາຣເຊໂລນ້າ ເຈົ້າຂອງລາງວັນນີ້ ປີ 2021 ໄດ້ 7 ຄະແນນ ຢູ່ອັນດັບ 12. ລີໂອເນວ ເມັສຊີ້ ເຂົ້າຊິງລາງວັນນີ້ 6 ຄັ້ງ ຈາກທັງໝົດ 7 ຄັ້ງ ນັບແຕ່ປ່ຽນຊື່ຈາກ FIFA Ballon d’Or ມາເປັນ The Best FIFA Men’s Player ໃນປີ 2016 ແລະ ເມັສຊີ້ ໄດ້ລາງວັນນີ້ຕໍ່ຈາກປີ 2019.
ຂະນະທີ່ ເອມີເລຍໂນ້ ມາຣຕີເນັຊ ຜູ້ຮັກສາປະຕູ ໄວ 30 ປີ ຈາກແອັສຕັນ ວິນລ້າ ທີມຊາດອາກຊັງຕິນ ທີ່ພາທັບຟ້າຂາວຄວ້າແຊ້ມໂລກ 2022 ໃນຮອບ 36 ປີ ຄວ້າລາງວັນຜູ້ຮັກສາປະຕູດີເດັ່ນ ຫລື The Best FIFA Men’s Goalkeeper ໄດ້ 26 ຄະແນນ ເອົາຊະນະ ຕີໂບ ກູຕົວ ທີມຊາດແບນຊິກ ຈາກຣຽວ ມາດຣິດ ໄດ້ 20 ຄະແນນ ແລະ ຢັສຊິນ ບູນູ ທີມຊາດໂມຣັອກໂຄ ຈາກເຊບີຢ້າ ໄດ້ 14 ຄະແນນ.
ສ່ວນ ລີໂອເນວ ສະກາໂລນີ້ ຄູຝຶກທີມຊາດອາກຊັງຕິນ ອາຍຸ 44 ປີ ທີ່ພາທັບຟ້າຂາວຄວ້າແຊ້ມໂລກ 2022 ໃນຮອບ 36 ປີ ຄວ້າລາງວັນຄູຝຶກດີເດັ່ນ ຫລື The Best FIFA Men’s Coach ໄດ້ 28 ຄະແນນ ເອົາຊະນະ ຄາຣໂລ ອັນເຊລັອຕິ ຄູຝຶກຊາວອີຕາລີ ຈາກຣຽວ ມາດຣິດ ໄດ້ 17 ຄະແນນ ແລະ ເປບ ກົວດີໂອລ່າ ຄູຝຶກຊາວແອັສປາຍ ຈາກແມນເຊັສເຕີ ຊິຕີ້ ໄດ້ 12 ຄະແນນ.
Photo: FIFA World Cup
ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌