ອາວຄາຣາຊ ເຊົາເຈັບກັບມາຄວ້າແຊ້ມທີ່ອາເຈນຕິນ້າ!

ຄາຣລັອສ ອາວຄາຣາຊ ນັກເທັນນິສດາວເດັ່ນຊາວແອັສປາຍ ໄວ 19 ປີ ມື 2 ຂອງໂລກ ພາຍຫລັງເຊົາເຈັບເອັນຫລັງຫົວເຂົ່າ ກັບມາແຂ່ງຂັນອີກຄັ້ງໃນເດືອນກຸມພານີ້ ສາມາດຄວ້າແຊ້ມລາຍການ Argentina Open ທີ່ນະຄອນຫລວງບູໂນສ ໄອເຣັສ ປະເທດອາເຈນຕິນ້າ (ອາກຊັງຕິນ) ໃນທ້າຍອາທິດຜ່ານມາ, ຮອບຊິງຊະນະເລີດ ເອົາຊະນະ ຄາເມຣ້ອນ ນໍຣຣີ້ ຈາກສະຫະຣາຊອານາຈັກ ມື 11 ຂອງໂລກ 2-0 ເຊັດ: 6–3, 7–5 ໄດ້ແຊ້ມລາຍການນີ້ ເປັນຄັ້ງທຳອິດ.

ຂະນະທີ່ ດານິວ ແມັດເວເດັຟ ນັກເທັນນິສຊາວຣັດເຊຍ ອະດີດມື 1 ຂອງໂລກ ໄດ້ແຊ້ມລາຍການ Rotterdam Open ຫລື ABN AMRO Open 2023 ທີ່ປະເທດໂຮນລັງ ໃນທ້າຍອາທິດຜ່ານມາ ຮອບຊິງແຊງຊະນະ ຢານນິກ ຊິນເນີ້ ຈາກອີຕາລີ ມື 12 ຂອງໂລກ 2-1 ເຊັດ: 5–7, 6–2, 6–2 ເປັນແຊ້ມລາຍການທຳອິດໃນປີນີ້ ຕໍ່ຈາກເດືອນຕຸລາປີຜ່ານມາ.

ສ່ວນ ອີກ້າ ສະເວຍເຕັກ ນັກເທັນນິສຍິງ ມື 1 ຂອງໂລກ ຈາກໂປໂລຍ ໄດ້ແຊ້ມ Qatar Open ໃນທ້າຍອາທິດຜ່ານມາ ພາຍຫລັງເອົາຊະນະ ເຈັສຊີກ້າ ເປກູລ້າ ອັນດັບ 4 ຂອງໂລກ ຈາກອາເມຣິກາ 2-0 ເຊັດ: 6–3, 6–0 ປ້ອງກັນແຊ້ມລາຍການນີ້ໄດ້ສຳເລັດ ແລະ ເປັນແຊ້ມລາຍການທີ 12 ໃນອາຊີບ.

Photo: Argentina Open, Qatar Tennis  & ABN AMRO Open

Leave a Reply

Your email address will not be published. Required fields are marked *