ແກຣມ ພັອດເຕີ ຍັງໄດ້ຮັບການສະໜັບສະໜູນຈາກຜູ້ບໍລິຫານ ເຊວຊີ ໃຫ້ຄຸມທີມຕໍ່ໄປ!

ແກຣມ ພັອດເຕີ ຜູ້ຈັດການທີມຊາວອັງກິດ ຂອງທັບສິງຟ້າ ເຊວຊີ ຍັງຄົງໄດ້ຮັບການສະໜັບສະໜູນຈາກຜູ້ບໍລິຫານທີມ ໃຫ້ຄຸມທີມຕໍ່ໄປ ເຖິງວ່າຜົນງານຊອກຫາໄຊຊະນະລຳບາກ ໂດຍສະເພາະ 14 ຫລ້າສຸດ ຊະນະພຽງ 2 ນັດ, ທັງໆທີ່ເສີມທັບໃຊ້ງົບເຖິງ 600 ກວ່າລ້ານປອນ.

ລະດູການນີ້ ເຊວຊີ ຍັງມີລຸ້ນແຊ້ມພຽງລາຍການດຽວຄື: ຢູຟ້າ ແຊ້ມປ້ຽນລີກ ແຕ່ກໍຍາກສົມຄວນ ພາຍຫລັງນັດທີ 1 ຮອບ 16 ທີມສຸດທ້າຍ ບຸກເສຍໃຫ້ ດັອດມຸນ ມາກ່ອນ 0-1, ສ່ວນ ເອຟເອຄັບ ແລະ ຄາຣາບາວຄັບ ກໍອົດລຸ້ນແຊ້ມ, ຂະນະທີ່ ພຣີເມ່ຍລີກ ຕອນນີ້ ລຸ້ນອັນດັບໄປບານເອີຣົບກໍລຳບາກ 23 ນັດ ມີ 31 ຄະແນນ ຢູ່ອັນດັບ 10 ຕາມຫລັງພື້ນທີ່ແຊ້ມປ້ຽນລີກ 11 ຄະແນນ ແຂ່ງໜ້ອຍກວ່າໜຶ່ງນັດ. ນັດຕໍ່ໄປ ເຊວຊີ ຍັງມີງານໜັກ ຈະໄປຢາມ ສະເປີ ທີມອັນດັບ 4 ໃນວັນທີ 26 ກຸມພານີ້.

ສຳລັບ ແກຣມ ພັອດເຕີ ຄຸມ ເຊວຊີ 25 ນັດລວມທຸກລາຍການ ຊະນະ 9 ສະເໝີ 7 ເສຍ 9 ສະເລ່ຍໂອກາດຊະນະຕໍ່ນັດ 36%.

ສ່ວນ ເດວິດ ມອຍ ຜູ້ຈັດການທີມຊາວສະກັອດແລນຂອງ ເວັສແຮມ ຢູໄນເຕັດ ກໍຍັງໄດ້ຮັບການສະໜັບສະໜູນຈາກຜູ້ບໍລິຫານທີມ ໃຫ້ຄຸມທີມຕໍ່ໄປ ເຖິງວ່າຂະນະນີ້ ພາທີມຕົກມາຢູ່ພື້ນທີ່ຕົກຊັ້ນ ອັນດັບທີ 18 ມີ 20 ຄະແນນຈາກ 23 ນັດ ຫ່າງຈາກພື້ນທີ່ປອດໄພ 1 ຄະແນນ, ນັດຫລ້າສຸດບຸກເສຍໃຫ້ ສະເປີ 0-2 ນັດຕໍ່ໄປ ຈະພາທີມເປີດບ້ານພົບກັບ ນັອດຕິ້ງແຮມ ຟໍເຣັສ ວັນທີ 25 ກຸມພານີ້.

Photo: Chelsea FC & West Ham UTD

Leave a Reply

Your email address will not be published. Required fields are marked *