ຈອນ ຣາມ ຄວ້າແຊ້ມກັອຟ Genesis Invitational 2023 ກັບຂຶ້ນເປັນເບີ 1 ຂອງໂລກ!

ຈອນ ຣາມ ນັກກັອຟຊາວແອັສປາຍ ໄວ 28 ປີ ສາມາດຄວ້າແຊ້ມກັອຟ Genesis Invitational ຫລື Los Angeles Open ປະຈຳປີ 2023 ເປັນຄັ້ງທຳອິດ ພ້ອມກັບຂຶ້ນເປັນເບີ 1 ຂອງໂລກ, ກັອຟລາຍການນີ້ ແຂ່ງຂັນໃນທ້າອາທິດຜ່ານມາ ທີ່ສະໜາມ Riviera Country Club ລັດຄາລິຟໍເນຍ ສະຫະລັດ ອາເມຣິກາ.

ຈົບການແຂ່ງຂັນ 4 ວັນ ຈອນ ຣາມ ເກັບໄດ້ −17 ອັນເດີພາຣ ເອົາຊະນະ ແມັກ ໂຮມ້າ ຈາກເຈົ້າພາບ 2 ສະໂຕຣກ, ໄດ້ແຊ້ມ PGA Tour ເປັນລາຍການທີ 10 ໃນອາຊີບ, ເປັນນັກກັອຟຈາກແອັສປາຍຄົນທຳອິດໄດ້ແຊ້ມລາຍການນີ້ ຮັບຂັນແຊ້ມ ພ້ອມເງິນລາງວັນ 3,600,000 ໂດລາສະຫະລັດ ຫລື ປະມານ 60 ຕື້ກວ່າກີບ ແລະ ຫຍັບອັນດັບໂລກຈາກ ທີ 3 ມາເປັນທີ 1 ຂອງໂລກອີກຄັ້ງ.

Photo: PGA TOUR

Leave a Reply

Your email address will not be published. Required fields are marked *