ໂຣເບີດ ມິວກິ້ນສ໌ ຊະນະ ຊອນ ເມີຟີ້ 9-7 ເຟຣມ ຄວ້າແຊ້ມສະນຸກເກີ Welsh Open ຄັ້ງທຳອິດ!

ໂຣເບີດ ມິວກິ້ນສ໌ ນັກສະນຸກເກີຊາວອັງກິດ ໄວ 46 ປີ ສາມາດຄວ້າແຊ້ມສະນຸກເກີ ລະດັບໂລກ ລາຍການ Welsh Open 2023 ຄັ້ງທຳອິດ ໃນທ້າຍອາທິດຜ່ານມາ, ທີ່ສັງວຽນຄຳຣີ້ ນະຄອນຫລວງແລນດຸດໂນ້ ປະເທດເວວ, ຮອບຊິງຊະນະເລີດ ເອົາຊະນະ ຊອນ ເມີຟີ້ ອະດີດແຊ້ມປີ 2020 ມື 11 ຂອງໂລກ ເພື່ອນຮ່ວມຊາດ 9-7 ເຟຣມ.

ມິວກິ້ນສ໌ໄດ້ແຊ້ມສະນຸກເກີລະດັບໂລກລາຍການທີສອງໃນອາຊີບ ຕໍ່ຈາກລາຍການ Gibraltar Open ໃນປີຜ່ານມາ ຮັບຂັນແຊ້ມ ພ້ອມເງິນລາງວັນ 80,000 ປອນ, ຮອງແຊ້ມໄດ້ຮັບ 35,000 ປອນ ແລະ ອີກ 5,000 ປອນ ຈາກການເຂົ້າເບຣກສູງສຸດ 147 ຄະແນນ.

ລາຍການຕໍ່ໄປທັງສອງຈະເຂົ້າຮ່ວມ Players Championship 2023 ທີ່ຄັດເອົານັກສະນຸກເກີທີ່ມີອັນດັບ 1-16 ຂອງໂລກ ໃນໜຶ່ງລະດູການ ຫລື one-year ranking ທີ່ແຂ່ງຂັນໃນວັນທີ 20-26 ກຸມພານີ້ ທີ່ວູຟແຮມຕັນ ປະເທດອັງກິດ, ຊິງເງິນລາງວັນລວມ 385,000 ປອນ.

ເຊິ່ງ 16 ຄົນປະກອບມີ: ມາກ ອາວເລນ, ໄຣອັ້ນ ເດ, ຄີເຣນ ວິວສັນ, ໂຣເບີດ ມິວກິ້ນສ໌, ອາລີ ຄາຣເຕີ, ຕິ່ງຈຸນຮຸຍ, ມາກ ເຊວບີ້, ລູກ້າ ເບຣເຊວ, ແຈັກ ລີຊັອຟສະກີ້, ຊອນ ເມີຟີ້, ແກຣີ້ ວິວສັນ, ຈັດທຣຳ, ທອມ ຟອດ, ຈູເຢ້ຍຫລົງ, ຄຣິສ ວາເຄລິນ ແລະ ໂຈ ໂອຄອນເນີ.

Photo: World Snooker Tour

Leave a Reply

Your email address will not be published. Required fields are marked *