ເຈົ້າຂອງສະໂມສອນ ລີເວີພູລ ຢືນຢັນບໍ່ຂາຍທີມ!!

ຈອນ ດັບເບິ້ນຢູ ເຮັນຣີ້ ມະຫາເສດຖີຊາວອາເມຣິກາ ໄວ 73 ປີ ເຈົ້າຂອງສະໂມສອນ ລີເວີພູລ ອອກມາຢືນຢັນບໍ່ຄິດຂາຍທັບຫົງແດງ ເໝືອນດັງເປັນຂ່າວ, ພາຍຫລັງມີແຟນບານຈຳນວນໜຶ່ງ ບໍ່ພໍໃຈທີ່ ຈອນ ເຮັນຣີ້ ໃຫ້ງົບເສີມທັບແກ່ທີມໜ້ອຍເກີນໄປ ຈົນເປັນຂ່າວໜາຫູວ່າ: ຈອນ ເຮັນຣີ້ ອາດວາງແຜນຂາຍທີມ ເພື່ອຫາກຸ່ມທຶນໃໝ່ມາບໍລິຫານແທນ.

ຢ່າງໃດກໍຕາມ ຜູ້ບໍລິຫານ ລີເວີພລູ ນຳໂດຍ ຈອນ ເຮັນຣີ້ ໄດ້ຢືນຢັນວ່າ: ບໍ່ມີຄວາມຄິດຢາກຂາຍທີມ ແຕ່ອາດຫາຜູ້ຮ່ວມຮຸ້ນມາຮ່ວມພັດທະນາທີມ.

ສຳລັບ ຈອນ ດັບເບິ້ນຢູ ເຮັນຣີ້ ມາຊື້ຫົງແດງ ລີເວີພູລ ໃນນາມບໍລິສັດ Fenway Sports Group ໃນປີ 2010 ມູນຄ່າ 300 ລ້ານປອນ, ພາຫົງແດງກັບມາຄວ້າແຊ້ມລີກສູງສຸດໃນຮອບ 30 ປີ, ໄດ້ແຊ້ມລີກຄັບ, ຄອມມູນີຕີ້ຊິວ ຢ່າງລະ 2 ສະໄໝ, ເອຟເອຄັບ 1 ສະໄໝ, ແຊ້ມຢູຟ້າ ແຊ້ມປ້ຽນລີກ, ຢູຟ້າ ຊຸບເປີຄັບ ແລະ ແຊ້ມສະໂມສອນໂລກ ຢ່າງລະ 1 ສະໄໝ.

Photo: Liverpool FC

Leave a Reply

Your email address will not be published. Required fields are marked *