ລາວລີກ 1 ປີ 2023 ຈົບອາທິດທຳອິດ ມາສເຕີ ເຊເວັນ ຟອມເດັ່ນ ເປັນທີມນຳ!

ການແຂ່ງຂັນເຕະບານ ເປບຊີ ລາວລີກ 1 ປະຈຳປີ 2023 ອາທິດທຳອິດ ໃນທ້າຍອາທິດຜ່ານມາ ວັນທີ 18 ແລະ 19 ກຸມພາ ມີແຂ່ງຄົບທັງ 4 ຄູ່, ມາສເຕີ ເຊເວັນ ຮອງແຊ້ມ 3 ປີຫລັງສຸດ ໄດ້ຄູຝຶກໃໝ່ ທ່ານ ວຸດທິວັດ ແດງສະເໝີກຽດ ອະດີດຄູຝຶກທີມຊາດໄທ ພາທີມຟອມເດັ່ນສົມຄວນ ເອົາຊະນະ ຈຳປາສັກ ເອຟຊີ 4-0 ​ຈາກສູນໜ້າໃໝ່ ວັນ​ນະ​ສອນ ດວງ​ໄມ​ຕີ ສອງປະຕູ ນາ​ທີ 37′, 58′ ແລະ Ayukawa Yukuhiro ຕົວບຸກຊາວຍີ່ປຸ່ນ ສອງປະຕູ ນາ​ທີ 39′, 62′.

ຂະນະທີ່ ຊ້າງນ້ອຍ ເອຟຊີ ແຊ້ມເກົ່າ ຊະນະ ນ້ອງໃໝ່ ນໍ້າທາ ຢູໄນເຕັດ 2-0, ວຽງຈັນ ເອຟຊີ ຊະນະ ເອສຣາ 2-1 ແລະ ກອງທັບ ສະເໝີກັບ ຫລວງພະບາງ ເອຟຊີ 1-1.

ສຳລັບອາທິດທີສອງ ຈະສືບຕໍ່ແຂ່ງຂັນໃນທ້າຍອາທິດນີ້ ວັນທີ 25 ກຸມພາ: ເອສຣາ ພົບກັບ ກອງທັບ ທີ່ສະໜາມກິລາແຫ່ງຊາດ ຫຼັກ 16 ເວລາ 16: 00, ວຽງຈັນ ເອຟຊີ ພົບ ນໍ້າທາ ຢູໄນເຕັດ ນ້ອງໃໝ່ ສະໜາມກິລາ ກາງ ມຊ ເວລາ 16: 00, ວັນທີ 26 ກຸມພາ ມາສເຕີ້ ເຊເວັ້ນ ພົບ ຫຼວງພະບາງ ເອຟຊີ ທີ່ສະໜາມກິລາແຫ່ງຊາດ ຫຼັກ 16 ແລະ ຈຳປາສັກ ເອຟຊີ ພົບ ຊ້າງນ້ອຍ ທີ່ສະໜາມກິລາກາງແຂວງຈຳປາສັກ.

Photo: Lao League 1 ລາວລີກ 1

Leave a Reply

Your email address will not be published. Required fields are marked *