ຖະແຫຼງຂ່າວ ກຽມເປີດການແຂ່ງຂັນເຕະບານ ເປບຊີ ລາວລີກ 1 ປີ 2023 ມີ 8 ທີມເຂົ້າຮ່ວມ ບໍລິຄຳໄຊ ຖອນຕົວ!

ພິທີຖະແຫລງຂ່າວ ການແຂ່ງຂັນເຕະບານ ເປບຊີ ລາວລີກ 1 ປະຈຳປີ 2023 ໄດ້ຈັດຂື້ນໃນວັນທີ 17 ກຸມພານີ້, ຢູ່ທີ່ສູນການຄ້າວຽງຈັນເຊັນເຕີ ນ.ວ ໂດຍມີຄະນະຮັບຜິດຊອບຈັດການແຂ່ງຂັນ ກໍຄືສະຫະພັນບານເຕະແຫ່ງຊາດລາວ ພ້ອມດ້ວຍຜູ້ໃຫ້ການສະໜັບສະໜູນ, ຄະນະນຳສະໂມສອນທີ່ເຂົ້າຮ່ວມ ລວມທັງຄູຝຶກ, ນັກກິລາ ແລະ ແຟນບານເຂົ້າຮ່ວມ.

ເຊິ່ງໃນພິທີຖະແຫຼງຂ່າວຄັ້ງນີ້ ໄດ້ມີການເປີດໂຕສະໂມສອນ ແລະ ຊຸດແຂ່ງຂັນ ທີ່ຈະສວມໃສ່ໃນການແຂ່ງຂັນປີນີ້ ໂດຍມີ 8 ສະໂມສອນ ເຂົ້າຮ່ວມ ເພີ່ມຂື້ນ 1 ທີມຈາກປີຜ່ານມາ ຄືສະໂມສອນ ນ້ຳທາ ຢູໄນເຕັດ ຈາກແຂວງຫລວງນໍ້າທາ ສ່ວນອີກ 7 ສະໂມສອນ ແມ່ນທີມຈາກປີຜ່ານມາຄື: ຊ້າງນ້ອຍ ແຊ້ມເກົ່າ, ມາສເຕີ ເຊເວັ້ນ ຮອງແຊ້ມ, ແຂວງຫຼວງພະບາງ, ແຂວງວຽງຈັນ,ແຂວງຈຳປາສັກ, ກອງທັບ ແລະ ເອສຣາ ແຕ່ລະທີມລ້ວນແລ້ວແຕ່ມີການເສີມທັບປັບປຸງທີມ ເພື່ອເພີ່ມຄວາມແຂງແກ່ນ ຫວັງລຸ້ນແຊ້ມ ແລະ ໃຫ້ຜົນງານດີກວ່າປີຜ່ານມາ.

ຮອບແບບການແຂ່ງຂັນພົບກັນ 2 ຮອບ (Double Round-Robin) ຄື: ຮອບຂາໄປ, ຮອບຂາກັບ ທີມໜຶ່ງຕ້ອງແຂ່ງ 14 ນັດ, ເລີ່ມແຂ່ງຂັນວັນທີ 18 ກຸມພາ ຫາເດືອນສິງຫາປີນີ້ຈຶ່ງຈະສຳເລັດ, ໂດຍຈະນຳໃຊ້ 6 ສະຫນາມແຂ່ງຂັນຄື: ສະໜາມກິລາແຫ່ງຊາດຫຼັກ 16, ສະໜາມກິລາກອງທັບ ຫຼັກ 5, ສະໜາມກິລາມະຫາວິທະຍາໄລແຫ່ງຊາດລາວ, ສະໜາມກິລາແຂວງຈຳປາສັກ, ສະໜາມກິລາແຂວງຫຼວງພະບາງ ແລະ ສະໜາມກິລາແຂວງຫຼວງນ້ຳທາ.

ສະໂມສອນທີ່ໄດ້ເປັນແຊ້ມ ເປບຊີ ລາວລີກ 1 ປີ 2023 ຈະໄດ້ເປັນສະໂມສອນຕົວແທນຈາກ ສປປ ລາວ ເຂົ້າຮ່ວມການແຂ່ງຂັນລະດັບອາຊີ AFC Cup 2024 (ແຕ່ຕ້ອງໄດ້ຮັບໃບອະນຸຍາດສະໂມສອນລະດັບອາຊີຈື່ງສາມາດເຂົ້າຮ່ວມໄດ້) ພ້ອມກັບໄດ້ສິດເຂົ້າແຂ່ງຂັນລາຍການອື່ນໆທີ່ຖືກເຊີນ, ສ່ວນອັນດັບຮອງລົງມາຈະໄດ້ພິຈາລະນາຕາມຄວາມເໝາະສົມ.

ໃນພິທີຖະແຫລງຂ່າວຄັ້ງນີ້ ຍັງໄດ້ມີການມອບອຸປະຖຳ ການແຂ່ງຂັນເຕະບານ ເປບຊີ ລາວລີກ 1 ປີນີ້ ຈາກ: ບໍລິສັດ ເບຍລາວ ຈຳກັດ ຈຳນວນ 1,638,000,000 ກີບ, ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຈຳນວນ 481,288,000 ກີບ ແລະ ບໍລິສັດ ອີໂວ ຈຳກັດ 77,761,000 ກີບ ກ່າວຮັບໂດຍ ທ່ານ ຈັນທະວົງ ສິລິມະໂນທຳ ຮອງເລຂາທິການ ສຕລ.

ສຳລັບການແຂ່ງຂັນເຕະບານ ລາວລີກ 1 ປີ 2023 ຕາຕະລາງແຂ່ງຂັນອາທິດທຳອິດ ວັນທີ 18 ກຸມພາ ມີ 2 ຄູ່: ເອສຣາ ພົບກັບ ແຂວງວຽງຈັນ ທີ່ສະໜາມກິລາ ກາງ ມຊ ເວລາ 16: 00 ແລະ ຄູ່ທີ2 ຊ້າງນ້ອຍ ພົບກັບ ນໍ້າທາ ຢູໄນເຕັດ ນ້ອງໃໝ່ ທີ່ສະໜາມກິລາແຫ່ງຊາດຫຼັກ 16 ເວລາ 16: 00 ເຊັ່ນກັນ, ສ່ວນວັນທີ 19 ກຸມພາ ມີການແຂ່ງຂັນ 2 ຄູ່: ຄູ່ທີ 1 ແຂ່ງຂັນຢູ່ທີ່ສະໜາມກິລາແຫ່ງຊາດ ຫຼັກ 16 ເປັນການພົບກັນ ລະຫວ່າງ ສະໂມສອນ ມາສເຕີ້ ເຊເວັ້ນ ພົບກັບ ແຂວງຈຳປາສັກ ແລະ ຄູ່ທີ 2 ກອງທັບ ເປີດສະໜາມກິລາກອງທັບ ຫລັກ 5 ຕ້ອນຮັບ ຫຼວງພະບາງ ເອຟຊີ.

ເຊີນຊວນທ່ານຜູ້ຊົມ ມາຮ່ວມຊົມ ຮ່ວມເຊຍ ເຂົ້າຊົມໂດຍບໍ່ເສຍຄ່າຜ່ານປະຕູ, ແລະ ສາມາດຮັບຊົມການຖ່າຍທອດສົດໄດ້ທີ່ ເຟສບຸກ ” Lao League 1 ” ແລະ Youtube ” LAOFF TV ສະຫະພັນບານເຕະແຫ່ງຊາດລາວ.

Photo: Lao League 1 ລາວລີກ 1

Leave a Reply

Your email address will not be published. Required fields are marked *