ວິນລ້ຽນ ອະດີດປີກ ເຊວຊີ ແລະ ອາຣເຊນໍລ ກັບມາສັງວຽນ ພຣີເມ່ຍລີກ ອີກຄັ້ງ ກັບ ນ້ອງໃໝ່ ຟູແລ່ມ

ວິນລ້ຽນ ບໍເກັຊ ດາຊິນວາ ປີກຊາວເບຣຊິນ ໄວ 34 ປີ ອະດີດປີກ ເຊວຊີ ແລະ ອາຣເຊນໍລ ກັບມາສັງວຽນ ພຣີເມ່ຍລີກ ອີກຄັ້ງ ກັບ ນ້ອງໃໝ່ ຟູແລ່ມ ໂດຍບໍ່ມີຄ່າໂຕ ເນື່ອງຈາກໝົດສັນຍາກັບ ໂຄຣິນທ້ຽນ ທີມດັງໃນລີກສູງສຸດຂອງເບຣຊິນ ມາເຊັນສັນຍາ 1 ປີ ໃນຖິ່ນ ຄຣາເວັນ ກັອດເທັດຈ໌.

ວິນລ້ຽນ ລາ ອາຣເຊນໍລ ໃນປີ 2021 ໄປຢູ່ກັບ ໂຄຣິນທ້ຽນ ລົງຫລິ້ນ 45 ນັດ ຍິງ 1 ປະຕູ. ຟູແລ້ມ ເສີມທັບມື້ສຸດທ້າຍຂອງລະດູການນີ້ ໄດ້ຢ່າງໜ້າສົນໃຈ ນອກຈາກໄດ້ ວິນລ້ຽນ ຍັງໄດ້ ຄາຣລັອສ ວີນີຊີອຸສ ກອງໜ້າຊາວເບຣຊິນຈາກ ເບັນຟີກ້າ ທີ່ເຄີຍຫລິ້ນນຳ ສະເປີ ມາແລ້ວ, ພ້ອມກັນນີ້ ກໍໄດ້ ແດນ້ຽວ ເຈມສ໌ ອະດີດປີກແມນຢູ ຍືມມາຈາກ ລີດ ຢູໄນເຕັດ ແລະ ເລແວັງ ຄູຊາວ້າ ແບັກຊ້າຍຊາວຝຣັ່ງຈາກ ປາຣີ ແຊັງແຊກແມັງ.

Photo: Fulham FC Official

Leave a Reply

Your email address will not be published. Required fields are marked *