ແມນຊິຕີ້ ບຸກຊະນະ ອາຣເຊນໍລ 3-1 ແຊງຂຶ້ນນຳ ພຣີເມ່ຍລີກ ລະດູການນີ້

ການແຂ່ງຂັນເຕະບານ ພຣີເມ່ຍລີກ ອັງກິດ ນັດຕົກຄ້າງ ຄືນວັນທີ 15 ສິງຫາຜ່ານມາ, ອາຣເຊນໍລ ທີມນຳ ເປີດບ້ານພົບກັບ ແມນເຊັສເຕີ ຊິຕີ້ ແຊ້ມເກົ່າ ທີມອັນດັບສອງ, ທັງສອງຊິງຈັງຫວະໂອກາດຍິງປະຕູໄດ້ຢ່າງຕື່ນເຕັ້ນ ແຕ່ເປັນ ຊິຕີ້ ໃຊ້ໂອກາດໄດ້ຄົມກວ່າ ໄດ້ປະຕູຂຶ້ນນຳຈາກ ເຄວິນ ເດີບຣອຍ ນາທີ 24′ ທ້າຍເຄິ່ງເວລາທີໜຶ່ງ ເດີກັນເນີ້ ທວງຄືນຈາກການສັງຫານຈຸດໂທດຂອງ ບູກາໂຢ້ ຊາກ້າ ນາທີ 42′.

ເຄິ່ງຫລັງ ຊິຕີ້ ແຊ້ມເກົ່າ ຍັງໃຊ້ໂອກາດໄດ້ຄົມກວ່າເຈົ້າບ້ານ ໄດ້ເພີ່ມອີກສອງປະຕູຈາກ ແຈັກ ກຣີລິສ ນາທີ 72′ ແລະ ເອີລິ້ງ ຮາແລນ ນາທີ 82′ ຈົບເກມ ແມນຊິຕີ້ ບຸກຊະນະ ອາຣເຊນໍລ 3-1 ຊະນະ ເດີກັນເນີ້ 7 ນັດລວດລວມທຸກລາຍການ, ເປບ ກົວດີໂອລ່າ ຄຸມທີມຊະນະ ລູກສິດ ອາຣເຕຕ້າ 6 ນັດຕິດຕໍ່ກັນ.

ໄຊຊະນະນັດນີ້ ເຮັດໃຫ້ ແມນຊິຕີ້ ແຊງ ອາຣເຊນໍລ ຂຶ້ນເປັນທີມນຳ ມີ 51 ຄະແນນເທົ່າກັນ ແຕ່ປະຕູໄດ້ເສຍດີກວ່າ ເດີກັນເນີ້ 10 ໜ່ວຍ ແຕ່ອາຣເຊນໍລ ຍັງແຂ່ງໜ້ອຍກວ່າໜຶ່ງນັດ. ນັດຕໍ່ໄປ ຊິຕີ້ ຈະໄປຢາມ ນັອດຕິ້ງແຮມ ຟໍເຣັສ ວັນທີ 18 ກຸມພານີ້, ຂະນະທີ່ ອາຣເຊນໍລ ຈະໄປຢາມ ແອັສຕັນ ວິນລ້າ ໃນວັນດຽວກັນ.

Photo: Manchester City & Premier League

Leave a Reply

Your email address will not be published. Required fields are marked *