ເຊວຊີ ບຸກເສຍໃຫ້ ດັອດມຸນ 0-1 ຢູຟ້າແຊ້ມປ້ຽນລີກ ຮອບ 16 ທີມສຸດທ້າຍ ນັດທີ 1

ການແຂ່ງຂັນເຕະບານ ຢູຟ້າແຊ້ມປ້ຽນລີກ ລະດູການ 2022-23 ຮອບ 16 ທີມສຸດທ້າຍ ນັດທີ 1 ຄືນວັນທີ 15 ກຸມພາຜ່ານມາ, ທັບເສືອເຫລືອງ ໂບຣຸສເຊຍ ດັອດມຸນ ເປີດບ້ານດວນກັບ ສິງຟ້າ ເຊວຊີ ແບບມ່ວນມັນ ແຕ່ມີປະຕູດຽວເກີດຂຶ້ນເປັນຂອງເຈົ້າບ້ານ ດັອດມຸນ ຈາກ: ຄາຣິມ ອາເດເຢມີ້ ນາທີ 63′, ດັອດມຸນ ຊະນະ 8 ນັດລວດ ໃນປີນີ້ ລວມທຸກລາຍການ.

ອີກໜຶ່ງຄູ່: ເບັນຟີກ້າ ຍັງຟອມເດັ່ນຕໍ່ເນື່ອງ ບຸກຊະນະ ຄລັບບູດຈ໌ 2-0 ຈາກການສັງຫານຈຸດໂທດຂອງ ເຈົາ ມາຣີໂອ ນາທີ 51′ ແລະ ເດວິດ ເນເຣັສ ນາທີ 88′. ນັດທີສອງ ຈະແຂ່ງຂັນໃນຄືນວັນທີ 7 ມີນານີ້, ສ່ວນ ອີກ 4 ຄູ່ ຮອບ 16 ທີມສຸດທ້າຍ ນັດທີ 1 ຈະແຂ່ງຂັນໃນກາງອາທິດໜ້າ ວັນທີ 21  ແລະ 22 ກຸມພາ: ລີເວີພູລ ພົບ ຣຽວ ມາດຣິດ, ໄອແທັກ ແຟັງເຟີດ ພົບ ນາໂປລີ, ໄລຊິກ ພົບ ແມນຊິຕີ້ ແລະ ອິນເຕີ ພົບ ປໍຣໂຕ້.

ສຳລັບຄືນນີ້ ເປັນການແຂ່ງຂັນເຕະບານ ຢູໂຣປ້າລີກ ຮອບເພອັອຟ ນັດທີ 1 ເພື່ອຊິງເຂົ້າຮອບ 16 ທີມສຸດທ້າຍ ຄົບ 8 ຄູ່: ບາຣເຊໂລນ້າ ພົບກັບ ແມນເຊັສເຕີ ຢູໄນເຕັດ ເວລາ 00:45 ພ້ອມກັບ ອາແຈັກ ພົບ ຢູນ້ຽນ ເບີລິນ, ຊັກຕ້າ ໂດເນັດ ພົບ ແຣນສ໌, ເຊົາບວກ ພົບ ໂຣມ້າ, ເວລາ 3:00 ປະກອບມີ: ຢູເວັນຕຸສ ພົບ ນ໊ອງ, ສະປອດຕິ້ງ ລິສບ້ອນ ພົບ ມິດຈິວແລ້ນ, ໄບເອີ ເລເວີຄູເຊັນ ພົບ ໂມນາໂຄ ແລະ ເຊບີຢ້າ ພົບ ພີເອັສວີ ໄອໂຮເຟັນ, ພ້ອມກັນນີ້ ຍັງມີ ຄອນເຟີເຣນລີກ ອີກ 8 ຄູ່ ຮອບເພອັອຟ ນັດທີ 1 ເພື່ອຊິງເຂົ້າຮອບ 16 ທີມສຸດທ້າຍ.
Photo: UCL

Leave a Reply

Your email address will not be published. Required fields are marked *