ມາສເຕີ ເຊເວັ້ນ ຮ່ວມກັບ ອີຊູຊຸ ລາວ ບໍລິການ ຈະສູ້ຊົນລ່າແຊ້ມ ເປບຊີ ລາວລີກ 1 ປີ 2023 ພາຍໃຕ້ຄຳຂວັນ TOGETHER WE CAN

ສະໂມສອນບານເຕະ ມາສເຕີ ເຊເວັ້ນ ທີມລະດັບແຖວໜ້າໃນລີກສູງສຸດຂອງ ສປປ ລາວ ເປີດໂຕທີມ ແລະ ຜູ້ໃຫ້ການສະໜັບສະໜູນຫລັກ ບໍລິສັດ ອີຊູຊຸ ລາວ ບໍລິການ ຈຳກັດ ຜູ້ດຽວ ( Isuzu Lao Services ) ພ້ອມດ້ວຍຜູ້ຮ່ວມໃຫ້ການສະໜັບສະໜູນ ໃນວັນທີ 15 ກຸມພາຜ່ານມາ ທີ່ສູນບໍລິການ ອີຊູຊຸ ລາວ ບໍລິການ ບ້ານໜອງບຶກ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ເຊິ່ງໃນພິທີຄັ້ງນີ້ ໄດ້ມີການເຊັນສັນຍາຮ່ວມມືກັນລະຫວ່າງສະໂມສອນ ແລະ ຜູ້ໃຫ້ການສະໜັບສະໜູນ ລະຫວ່າງ ທ່ານ ໜູພອນ ພົມພະຈັນ ປະທານສະໂມສອນ ມາສເຕີ ເຊເວັ້ນ, ທ່ານ ວິຣະໄຊຄຳ ພິລາພັນເດຊ ຜູ້ອຳນວຍການໃຫຍ່ ບໍລິສັດ ອີຊູຊຸ ລາວ ບໍລິການ ຈຳກັດຜູ້ດຽວ ລວມທັງຜູ້ຕາງໜ້າຈາກເຄື່ອງກິລາ WOW, ເປເລ່ ຟິດເນັດ, ນໍ້າດື່ມ ໄອເດຍລີ້, ເຄື່ອງດື່ມກະທິງແດງ, ສະປອນເຊີ ແລະ ອື່ນໆ ໂດຍມີພາກສ່ວນທີ່ກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມເປັນສັກຂີພິຍານ.

ການເຂົ້າຮ່ວມ ເປບຊີ ລາວລີກ 1 ປີນີ້ ມາສເຕີ ເຊເວັ້ນ ແລະ ຜູ້ໃຫ້ການສະໜັບສະໜູນ ໄດ້ວາງເປົ້າໝາຍສູ້ຊົນຮ່ວມກັນ ລ່າແຊ້ມມາຄອງໃຫ້ໄດ້ ພາຍໃຕ້ຄຳຂວັນ TOGETHER WE CAN, ຫາກເຮັດໄດ້ ຈະກາຍເປັນຄັ້ງປະຫວັດສາດຂອງສະໂມສອນ ເພາະຜ່ານມາດີສຸດໄດ້ຮອງແຊ້ມ 4 ຄັ້ງ ໂດຍສະເພາະໃນ 3 ປີຫລັງສຸດ. ປີນີ້ ມາສເຕີ ເຊເວັ້ນ ໄດ້ທຸ້ມງົບເສີມທັບສ້າງຄວາມແຂງແກ່ນໃຫ້ທີມຫລາຍກວ່າປີຜ່ານມາ ໂດຍໄດ້ຄູຝຶກໃໝ່ ທ່ານ ວຸດທິວັດ ແດງສະເໝີກຽດ ອະດີດຄູຝຶກທີມຊາດໄທ ໄວ 62 ປີ ມາເປັນຫົວໜ້າຄູຝຶກໃໝ່ຂອງສະໂມສອນ ແທນທີ່ ຈັນດາລາພອນ ລຽບວິໄຊ ທີ່ຍ້າຍໄປຄຸມ ສະໂມສອນ ເອສຣາ.

ນັກກິລານຳໂດຍ ສຸກທະວີ ສູນດາລາ ຜູ້ຮັກສາປະຕູສີມືດີ, ພຸດດາວີ ພົມມະສານ ກອງກາງຫົວໜ້າທີມ, ປະສານງານກັບ Rei Ishikawa ກອງກາງຊາວຢີ່ປຸ່ນ ທີ່ຍ້າຍມາຈາກ ຫຼວງພະບາງ ເອັຟຊີ ແລະ ວັນນະສອນ ດວງໄມຕີ ກອງໜ້າທີມຊາດລາວ ຍ້າຍມາຈາກ ຊ້າງນ້ອຍ ເອັຟຊີ, ພ້ອມກັນນີ້ ກໍດຶງເອົານັກເຕະທີ່ມາຈາກອາຄາເດມີ້ຂອງຕົນ ໂດຍສະເພາະຈາກທີມສຳຮອງ ສະໂມສອນ ແຄນລາວ ແລະ ນັກເຕະຊາວຍີ່ປຸ່ນ 4 ຄົນ ທີ່ມີປະສົບການຫລິ້ນໃນລີກລາວ ແລະ ຍ້າຍມາຈາກອົດສະຕຣາລີ 1 ຄົນ. ສ່ວນ ແກ້ວວຽງເພັດ ລິດທິເດດ ຟອມເດັ່ນກັບທີມໃນປີຜ່ານມາ ໄດ້ອຳລາທີມ ກັບໄປຢູ່ສັງກັດເກົ່າ ເອສຣາ ທີມທີ່ປຸກປັ້ນ ແກ້ວວຽງເພັດ ມາແຕ່ນ້ອຍ, ຂະນະທີ່ ບຸນທະວີ ສີປະສົງ ກໍຍ້າຍໄປຮ່ວມທັບ ເອສຣາ ເຊັ່ນກັນ.

ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈຳປີ 2023 ຈະເປີດສາກຂຶ້ນຢ່າງເປັນທາງການ ໃນວັນທີ 18 ກຸມພານີ້, ສຳລັບ ມາສເຕີ ເຊເວັ້ນ ເອັຟຊີ ຈະລົງສະໜາມນັດທໍາອິດ ດ້ວຍການພົບກັບ ຈໍາປາສັກ ເອັຟຊີ ເວລາ 16:00 ຂອງວັນທີ 19 ກຸມພານີ້ ທີ່ສະໜາມກິລາແຫ່ງຊາດ (ຫຼັກ 16).

ເຕະບານ ລາວລີກ 1 ປີນີ້ ເບື້ອງຕົ້ນມີ 9 ທີມເຂົ້າຮ່ວມ ແຕ່ແຂວງບໍລິຄຳໄຊຂອງຖອນຕົວ ເຮັດໃຫ້ເຫລືອ 8 ທີມຄື: ຊ້າງນ້ອຍ ແຊ້ມເກົ່າ, ມາສເຕີ ເຊເວັ້ນ ຮອງແຊ້ມ, ເອສຣາ, ກອງທັບ, ແຂວງວຽງຈັນ, ແຂວງຈຳປາສັກ, ແຂວງຫລວງພະບາງ ແລະ ທີມນ້ອງໃໝ່ ແຂວງຫລວງນໍ້າທາ ຫລື ນໍ້າທາ ເອຟຊີ.

ສຳລັບຕາຕະລາງການແຂ່ງຂັນອາທິດທຳອິດທ້າຍອາທິດນີ້ ວັນທີ 18 ກຸມພາ 2023 ຈະມີແຂ່ງຂັນ 2 ຄູ່ ເວລາ 16:00 ໂມງ ແຂວງວຽງຈັນ ພົບ ເອສະຣາ ແຂ່ງຢູ່ສະຫນາມກິລາກາງຫາວິທະຍາໄລແຫ່ງຊາດ ແລະ ຊ້າງນ້ອຍ ແຊ້ມເກົ່າ ພົບ ນ້ຳທາ ເອຟຊີ ນ້ອງໃໝ່ ແຂ່ງຢູ່ສະຫນາມກິລາແຫ່ງຊາດຫຼັກ 16 ເວລາ 16:00 ໂມງ. ສ່ວນວັນທີ 19 ກຸມພາ ມີແຂ່ງຂັນ 2 ຄູ່ ເວລາ 16:00 ໂມງ ກອງທັບ ພົບ ຫຼວງພະບາງ ແຂ່ງຢູ່ສະຫນາມກິລາກອງທັບ ຫຼັກ 5 ແລະ ມາສເຕີ້ ເຊເວັ້ນ ພົບ ແຂວງຈໍາປາສັກ ທີ່ສະຫນາມກິລາແຫ່ງຊາດຫຼັກ 16 ເວລາ 16:00 ໂມງ.

ຮູບແບບການແຂ່ງຂັນພົບກັນ 2 ຮອບ (Double Round-Robin) ຄື: ຮອບຂາໄປ, ຮອບຂາກັບ ທີມໜຶ່ງຕ້ອງແຂ່ງ 14 ນັດ ຈະສຳເລັດການແຂ່ງຂັນໃນເດືອນສິງຫາປີນີ້.

Photo: Master 7 FC

Leave a Reply

Your email address will not be published. Required fields are marked *