ເດລອຍ (Deloitte) ບໍລິສັດສຳຫລວດດ້ານການເງິນຊື່ດັງຂອງໂລກ ເປີດເຜີຍຜົນສຳຫລວດວ່າ: ເຕະບານ ພຣີເມ່ຍລີກ ອັງກິດ ກາຍເປັນລີກບານເຕະທີ່ຊື້ນັກເຕະເສີມທັບຫລາຍສຸດໃນໂລກ ໃນໄລຍະການຊື້ຂາຍຮອບທີ 1 ຕັ້ນລະດູການໃໝ່ ລວມ 1 ຕື້ 900 ກວ່າລ້ານປອນ ເພີ່ມຂຶ້ນ 67% ຈາກໄລຍະດຽວກັນໃນລະດູການຜ່ານມາ ພ້ອມກັນນີ້ ກໍເປັນສະຖິຕິສູງສຸດຂອງ ພຣີເມ່ຍລີກ ທຳລາຍສະຖິຕິເກົ່າ 1 ຕື້ 400 ລ້ານປອນ ໃນປີ 2017 ໃນນີ້ 9 ຈາກ 20 ສະໂມສອນ ໃຊ້ຈ່າຍເງິນຊື້ນັກເຕະເສີມທັບຫລັກ 100 ລ້ານປອນ ພາຍຫລັງສອງລະດູການຜ່ານມາ ໃຊ້ເງິນແບບຮັດກຸມ ເນື່ອງຜົນກະທົບຂອງພະຍາດໂຄວິດ-19.
ສະໂມສອນ ເຊວຊີ ເປັນສະໂມສອນທີ່ຊື້ນັກເຕະເສີມທັບຫລາຍສຸດ ສູງເຖິງ 270 ລ້ານປອນ ພາຍຫລັງໄດ້ເຈົ້າຂອງທີມໃໝ່ ທັອດ ໂບລີ້ ມະຫາເສດຖີຊາວອາເມຣິກາ ມາບໍລິຫານທີມແທນເຈົ້າຂອງເກົ່າ ໂຣມັນ ອັບບຣາໂມວິກ, ຂະນະທີ່ ແມນຢູ ກໍຊື້ນັກເຕະເສິມທັບເປັນສະຖິຕິສູງສຸດຂອງສະໂມສອນ ລວມ 220 ລ້ານປອນ. ສ່ວນ ນັອດຕິ້ງແຮມ ຟໍເຣັດ ນ້ອງໃໝ່ ໄດ້ນັກເຕະມາເສີມທັບດ້ວຍຈຳນວນຫລາຍສຸດ 23 ຄົນ ໃນນີ້ ຍືມ 3 ຄົນ. ພຣີເມ່ຍລີກ ອັງກິດ ຊື້ນັກເຕະເສີມທັບລະດູການນີ້ ລວມ 169 ຄົນ ຫລາຍກວ່າລະດູການຜ່ານມາ ທີ່ຊື້ 148 ຄົນ ໃນປີ 2021 ແລະ 132 ຄົນ ໃນປີ 2020.
Deloitte ຍັງໃຫ້ຮູ້ຕື່ມວ່າ: 5 ລີກຊັ້ນນຳຂອງເອີຣົບ (ພຣີເມ່ຍລີກ, ລາລີກ້າ, ເຊຣີອາ, ບຸນເດັສລີກ້າ, ລີກອ໋ອງ) ໃຊ້ເງິນຊື້ນັກເຕະເສີມທັບເພີ່ມຂຶ້ນ 52% ຈາກລະດູການຜ່ານມາ ລວມ 3 ຕື້ 880 ກວ່າລ້ານປອນ.
Photo: DR Sports