ຄາລັອສ ເກຣັອສ ຄູຝຶກຊາວປັອກຕຸຍການ ໄວ 69 ປີ ອະດີດຜູ້ຊ່ວຍ ເຊີ ອາເລັກ ເຟີກູສັນ ຮັບຄວາມທ້າທາຍໃໝ່ ຕອບຮັບຄຸມທີມຊາດກາຕ້າ ເຈົ້າພາບ ບານໂລກ 2022 ຜ່ານມາ, ໂດຍສະມາຄົມບານເຕະກາຕ້າ ວາງເປົ້າໝາຍຮ່ວມກັບ ເກຣັອສ ຕ້ອງພາທີມໄປ ບານໂລກ 2026 ຮອບສຸດທ້າຍໃຫ້ໄດ້.
ຄາລັອສ ເກຣັອສ ຫາກໍແຍກທາງກັບທີມຊາດອີຣານ ພາຍຫລັງພາທີມຕົກຮອບແບ່ງກຸ່ມ ບານໂລກ 2022 ຂະນະທີ່ ທີມຊາດກາຕ້າ ກໍຫາກໍແຍກທາງກັບ ເຟລິກຊ໌ຊານເຊັສ ຄູຝຶກຊາວແອັສປາຍ ຫລັງຈົບບານໂລກ 2022.
ປະສົບການຜ່ານມາຂອງ ຄາລັອສ ເກຣັອສ ຫລາຍສົມຄວນ ເຄີຍຄຸມທີມຊາດປັອກຕຸຍການຊຸດນ້ອຍ-ຊຸດໃຫຍ່, ຄຸມທີມຊາດສະຫະລັດ ອາຣັບ ເອມີເຣດ, ອາຟຣິກາໃຕ້, ອີຣານ, ໂຄໂລມບີ ແລະ ເອຢິບ, ນອກຈາກນີ້ ຍັງເຄີຍຄຸມສະໂມສອນ ສະປອດຕິ້ງ ລິສບ້ອນ, ນິວຢ໊ອກ ເຣດບູລ, ນາໂກຢ້າ ແຄມປັສ, ຣຽວ ມາດຣິດ ແລະ ເປັນຜູ້ຊ່ວຍ ເຊີ ອາເລັກ ເຟີກູສັນ ສະໄໝຄຸມແມນຢູ, ຜົນງານເດັ່ນສຸດພາ U20 ປີ ທີມຊາດປັອກຕຸຍການ ໄດ້ແຊ້ມໂລກ 2 ສະໄໝ, ພາ U16 ທີມຊາດປັອກຕຸຍການ ໄດ້ແຊ້ມເອີຣົບ 1 ສະໄໝ, ຄຸມສະໂມສອນ ຣຽວ ມາດຣິດ ພາທີມໄດ້ແຊ້ມຊຸບເປີຄັບ ແອັສປາຍ 1 ສະໄໝ ແລະ ຄູມສະໂມສອນ ສະປອດຕິ້ງ ລິສບ້ອນ ພາທີມໄດ້ແຊ້ມເອຟເອຄັບ ແລະ ລີກຄັບ ຢ່າງລະ 1 ສະໄໝ.
Photo: Qatar Football Association