ຫວູອີ້ປິ່ງ ນັກເທັນນິສ ໄວ 23 ປີ ສ້າງປະຫວັດສາດກາຍເປັນນັກເທັນນິຊຊາຍ ຊາວຈີນຄົນທຳອິດ ສາມາດຄວ້າແຊ້ມລະດັບ ເອທີພີທົວ ລະດັບ 250 ລາຍການ Dallas Open ໃນທ້າຍອາທິດຜ່ານມາ, ຮອບຊິງຊະນະເລີດ ພິກລັອກເອົາຊະນະ ຈອນ ອິສເນີ ອະດີດມື 8 ຂອງໂລກ ຈາກເຈົ້າພາບ ສະຫະລັດ ອາເມຣິກາ 2-1 ເຊັດ: 6–7(4–7), 7–6(7–3), 7–6(14–12) ຫວູອີ້ປິ່ງ ເຊັຟ ແມັດພ໋ອຍ ກ່ອນເອົາຊະນະແບບຫວຸດວິດ ໃຊ້ເວລາການແຂ່ງຂັນເກືອບ 3 ຊົ່ວໂມງ.
ຫວູອີ້ປິ່ງ ຮັບຂັນແຊ້ມ ພ້ອມເງິນລາງວັນ 112,125 ໂດລາສະຫະລັດ ແລະ ຄະແນນສະສົມ 250 ຄະແນນ, ຫຍັບອັນດັບໂລກຈາກທີ 97 ມາຢູ່ທີ 58 ຂອງໂລກຄັ້ງທຳອິດ.
ສຳລັບ ຫວູອີ້ປິ່ງ ເຄີຍເປັນມືຂອງໂລກລະດັບເຍົາວະຊົນມາແລ້ວ ແລະ ເຄີຍໄດ້ແຊ້ມແກຣນສະແລມ ຢູເອັສ ໂອເພັນ ລະດັບຈູເນ່ຍໃນປີ 2017 ແລະ ກ້າວສູ່ອາຊີບໃນປີນັ້ນ, ຫວູອີ້ປິ່ງ ມີຄວາມສູງ 1.83 ຊັງຕີແມັດ, ຖະໜັດເບື້ອງຂວາ ແລະ ຕີແບັກແຮນສອງມື.
Photo: ATP