ຣາຊາຊຸດຂາວ ຣຽວມາດຣິດ ໄດ້ຮັບເງິນລາງວັນ 5 ລ້ານໂດລາສະຫະລັດ ພາຍຫລັງຄອງແຊ້ມສະໂມສອນໂລກ ຫລື FIFA Club World Cup ຄັ້ງຫລ້າສຸດທີ່ປະເທດໂມຣັອກໂຄ ໃນທ້າຍອາທິດຜ່ານມາ, ຮອບຊິງຊະນະເລີດເອົາຊະນະ ອາວ ຮີລານ ຈາກຊາອຸດິອາຣາເບຍ ແຊ້ມສະໂມສອນອາຊີ 5-3 ເພີ່ມສະຖິຕິຄວ້າແຊ້ມສູງສຸດເປັນສະໄໝທີ 5 ເໜືອ ບາຣຊ້າ ເພື່ອນຮ່ວມລີກ ທີ່ໄດ້ແຊ້ມລາຍການນີ້ 3 ສະໄໝ ພ້ອມກັນນີ້ ຣຽວມາດຣິດ ຍັງໄດ້ລາວັນທີມມາລະຍາດດີເດັ່ນ.
ຂະນະທີ່ ຄາຣໂລ ອັນເຊລັອດຕິ ກາຍເປັນຄູຝຶກຄົນທີ 2 ຂອງໂລກ ຄຸມທີມໄດ້ແຊ້ມລາຍການນີ້ 3 ຄັ້ງ ຕໍ່ຈາກ ເປບ ກົວດິໂອລ່າ, ວີນີຊີອຸສ ຈູເນ່ຍ ປີກທີມຊາດເບຣຊິນຂອງ ຣາຊາຊຸດຂາວ ໄດ້ລາງວັນນັກເຕະດີເດັ່ນ ຫລື ບານຄຳ.
ສ່ວນ ຮອງແຊ້ມ ອາວ ຮີລານ ໄດ້ຮັບເງິນລາງວັນ 4 ລ້ານໂດລາສະຫະລັດ, ທີ 3 ຟລາແມັງໂກ້ ໄດ້ຮັບເງິນລາງວັນ 2 ລ້ານ 5 ແສນໂດລາ, ທີ 4 ອາວ ອາລີ ໄດ້ຮັບ 2 ລ້ານໂດລາ, ທີມທີ່ຕົກຮອບສອງຄື: ວີດາດ ຄາຊາບັງກ້າ ແລະ ຊິດເທິນ ເຊົາເດີ ໄດ້ຮັບ 1 ລ້ານໂດລາ ແລະ ທີມຕົກຮອບທຳອິດ ສະໂມສອນ ໂອ໊ກແລນ ຊິຕີ້ ໄດ້ຮັບ 5 ແສນໂດລາສະຫະລັດ. ເງິນລາງວັນແຊ້ມຄັ້ງນີ້ ເທົ່າກັບຄັ້ງຜ່ານມາ.
ສ່ວນຄັ້ງຕໍ່ໄປ ຄັ້ງທີ 20 ປີ 2023 ສະຫະພັນບານເຕະນາໆຊາດ ຫລື ຟີຟ້າ ແຈ້ງຫລ້າສຸດວ່າ: ປະເທດຊາອຸດິອາຣາເບຍ ຈະໄດ້ຮັບກຽດເປັນເຈົ້າພາບຄັ້ງທຳອິດ ຈະຈັດຂຶ້ນໃນລະຫວ່າງວັນທີ 12-22 ທັນວາທ້າຍປີນີ້ ກາຍເປັນຊາດທີ 6 ທີ່ໄດ້ເປັນເຈົ້າພາບລາຍການນີ້ ຕໍ່ຈາກ: ເບຣຊິນ, ຍີ່ປຸ່ນ, ສະຫະລັດ ອາຣັບ ເອມີເຣດ, ໂມຣັອກໂຄ ແລະ ກາຕ້າ.
ກ່ອນໜ້ານີ້ ປະເທດຊາອຸດິອາຣາເບຍ ຄວ້າສິດເປັນເຈົ້າພາບເຕະບານຊາຍ ຊິງແຊ້ມອາຊີ ຫລື ເອຊຽນຄັບ ຄັ້ງທຳອິດໃນປີ 2027 ພ້ອມກັນນີ້ ກໍໄດ້ສິດເປັນເຈົ້າພາບ ເຕະບານຍິງ ຊິງແຊ້ມອາຊີ ຄັ້ງທຳອິດເຊັ່ນກັນໃນປີ 2026 ແລະ ມີແຜນສະເໜີຊິງເປັນເຈົ້າພາບ ບານໂລກ 2030 ຮ່ວມກັບ ເກຣັກ ແລະ ເອຢິບ.
ສຳລັບເຕະບານຊິງແຊ້ມສະໂມສອນໂລກ ໃນປີ 2025 ຟີຟ້າ ມີແຜນຈະປ່ຽນຮູບແບບການແຂ່ງຂັນໃໝ່ ໃຫ້ມີ 32 ທີມ ແລະ ຈະຈັດຂຶ້ນ 4 ປີມີເທື່ອໜຶ່ງ ຄາດວ່າສະໂມສອນຈາກເອີຣົບ ຈະໄດ້ໂຄຕ້າຫລາຍກວ່າຂົງເຂດອື່ນ ປະມານ 12 ທີມ ຂະນະນີ້ ກຳລັງສຶກສາຄວາມເປັນໄປໄດ້ ແລະ ວາງແຜນການແຂ່ງຂັນ.
Photo: Real Madrid C.F.