ການແຂ່ງຂັນເຕະບານ ຢູຟ້າແຊ້ມປ້ຽນລີກ ລະດູການ 2022-23 ຮອບ 16 ທີມສຸດທ້າຍ ນັດທີ 1 ຄືນວັນທີ 14 ກຸມພາຜ່ານມາ, ທັບເສືອໃຕ້ ບາເຢິນ ມິວນິກ ແຊ້ມ 6 ສະໄໝ ບຸກຊະນະ ປາຣີ ແຊັງແຊກແມັງ ແບບຫວຸດວິດ 1-0 ຈາກປະຕູໂທນຂອງ ຄິງສະລີ້ ໂຄມັນ ຍິງທີມເກົ່າ ນາທີ 53′, ນັດນີ້ ເຖິງວ່າເຈົ້າບ້ານ PSG ໄດ້ ເມັສຊີ້ ແລະ ເອັມບັບເປ້ ເຊົາເຈັບກັບມາຊ່ວຍທີມ ແຕ່ບໍ່ສາມາດເຈາະປະຕູທີມຢາມໄດ້, ເຮັດໃຫ້ທີມປະລາໄຊ 3 ນັດຕິດຕໍ່ກັນ ຄັ້ງທຳອິດ ນັບຕັ້ງແຕ່ເດືອນກັນຍາປີ 2020, ຂະນະທີ່ Warren Zaire-Emery ກອງກາງຊາວຝຣັ່ງຂອງ PSG ສ້າງປະຫວັດສາດກາຍເປັນນັກເຕະອາຍຸນ້ອຍສຸດ ລົງຫລິ້ນເປັນຕົວຈິງໃນຮອບນັອກເອົ້າແຊ້ມປ້ຽນລີກ ດ້ວຍອາຍຸພຽງ 16 ປີ 343 ວັນ.
ຜົນອີກໜຶ່ງຄູ່: ເອຊີ ມິລານ ແຊ້ມ 7 ສະໄໝ ເປີດບ້ານເອົາຊະນະ ສະເປີ ແບບຫວຸດວິດເຊັ່ນກັນ 1-0 ຈາກປະຕູໄຊຂອງ ບຣາຮິມ ດີອັຊ ນາທີ 7′ ນັດທີສອງ ຈະແຂ່ງຂັນໃນຄືນວັນທີ 8 ມີນານີ້.
ສ່ວນຄືນນີ້ ຈະມີແຂ່ງຂັນຮອບ 16 ທີມສຸດທ້າຍ ນັດທີ 1 ອີກສອງຄູ່: ດັອດມຸນ ພົບ ເຊວຊີ ແລະ ຄລັບບຣູດຈ໌ພົບ ເບັນຟີກ້າ ຈະແຂ່ງພ້ອມກັນເວລາ 3:00.
Photo: UCL