ວັນທີ 14 ກຸມພາ 2023 ທີ່ສະໜາມກິລາໃນຮົ່ມ ວິທະຍາໄລຄູຄັງໄຂ ແຂວງຊຽງຂວາງ, ໄດ້ມີພິທີເປີດງານກິລາຄົນພິການແຫ່ງຊາດ ຄັ້ງທີ 3 ຫຼື ຊຽງຂວາງ ພາຣາເກມ 2023 ຂຶ້ນຢ່າງເປັນທາງການ, ໃຫ້ກຽດເຂົ້າຮ່ວມ ໂດຍ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ໃນພິທີ ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງ, ປະທານຄະນະກຳມະການຈັດງານແຂ່ງຂັນ ກິລາຄົນພິການຄັ້ງທີ່ 3 ໄດ້ຂຶ້ນກ່າວລາຍງານວ່າ: ງານແຂ່ງຂັນກິລາ ຊຽງຂວາງ ພາຣາເກມ ແມ່ນການແຂ່ງຂັນກິລາຫຼາຍປະເພດຮ່ວມກັນ ຕາມລະບຽບກຳນົດແມ່ນຈັດຂຶ້ນໃນທຸກໆ 3 ປີ ພາຍຫຼັງສິ້ນສຸດການ ຈັດງານມະຫະກໍາກິລາແຫ່ງຊາດແຕ່ລະຄັ້ງ ເພື່ອເປັນການສົ່ງເສີມສິດທິຄວາມເທົ່າທຽມຂອງຄົນພິການ ແລະ ຄົນທົ່ວໄປ ໃນການປະກອບສ່ວນເຂົ້າຮ່ວມຂະບວນການເຄື່ອນໄຫວກິລາ-ກາຍະກໍາ ເພື່ອສຸຂະພາບ ແລະ ມິດຕະພາບຂອງມະນຸດພວກເຮົາ, ແນໃສ່ເຮັດໃຫ້ສຸຂະພາບຂອງທຸກຄົນແຂງແຮງ, ໄດ້ຄວາມຊົງຈໍາທີ່ດີ ໄດ້ໄມຕີຈິດ-ມິດຕະພາບແບບສະຫາຍອ້າຍນ້ອງເພື່ອນຮ່ວມຊາດດຽວກັນ ແລະ ສໍາຄັນແມ່ນເຮັດໃຫ້ຄົນຢູ່ໃນສັງຄົມຮັບຮູ້ບົດບາດຄວາມສາມາດຂອງຄົນພິການຢູ່ໃນເວທີສາກົນ ກໍຄືຢູ່ໃນຂະບວນກິລາ-ກາຍະກໍາທັງພາຍໃນ ແລະ ຕ່າງປະເທດ ເປັນຜົນງານການປະກອບສ່ວນທີ່ສໍາຄັນເຂົ້າໃນການສ້າງສາພັດທະນາປະເທດຊາດ ແລະ ວົງການກິລາ. ນອກຈາກນີ້ ຊຽງຂວາງ ພາຣາເກມ ຍັງເປັນການຄັດເລືອກເອົານັກກິລາທີ່ມີພອນສະຫວັນ, ຄັດເລືອກໄດ້ນັກກິລາທີ່ມີສະຖິຕິດີ ເພື່ອສ້າງເປັນນັກກິລາລະດັບຊາດ ສົ່ງເຂົ້າຮ່ວມການແຂ່ງຂັນກິລາຄົນພິການໃນລະດັບຕ່າງໆ ຢູ່ຕ່າງປະເທດ ເວົ້າສະເພາະແມ່ນຮ່ວມແຂ່ງຂັນງານກິລາອາຊຽນ ພາຣາເກມ ຄັ້ງທີ 12 ທີ່ປະເທດກໍາປູເຈຍ ໃນເດືອນມິຖຸນາ 2023.
ໃນໂອກາດດັ່ງກ່າວ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີໄດ້ມີຄຳເຫັນ ແລະ ຍ້ອງຍໍຊົມເຊີຍ ແກ່ຄະນະກຳມາກຈັດງານ ຜ່ານການກະກຽມຄວາມພ້ອມດ້ານຕ່າງໆ ດ້ວຍຄວາມຮັບຜິດຊອບສູງຂອງຄະນະຮັບຜິດຊອບລະດັບຊາດ, ບັນດາກຳມະການຝ່າຍຕ່າງໆ ແລະ ທຸກພາກສ່ວນ ທັງສູນກາງ ແລະ ທ້ອງຖິ່ນ. ມາຮອດມື້ນີ້ ງານແຂ່ງຂັນກິລາຄົນພິການແຫ່ງຊາດ ຄັ້ງທີ III ໄດ້ໄຂຂຶ້ນຢ່າງເປັນທາງການຕາມກຳນົດເວລາ ແລະ ຫວັງຢ່າງຍິ່ງວ່າການແຂ່ງຂັນຄັ້ງນີ້ ຈະເຕັມໄປດ້ວຍຄວາມສາມັກຄີ, ມິດຕະພາບ, ຄວາມມີນໍ້າໃຈ ແລະ ຄວາມຟົດຟື້ນເບີກບານມ່ວນຊື່ນ ແລະ ເປັນສັນຍາລັກແຫ່ງການມີວິໄນ, ມີນໍ້າໃຈນັກກິລາ, ຄວາມເຂັ້ມແຂງຂອງນັກກິລາຄົນພິການ ຊຶ່ງເປັນການສະແດງໃຫ້ເຫັນເຖິງຄວາມເຕີບໃຫຍ່ຂະຫຍາຍຕົວ, ບາດກ້າວໃນການພັດທະນາ ຂອງວົງການກິລາຄົນພິການລາວ ແລະ ພິເສດຍັງສະແດງໃຫ້ເຫັນເຖິງບົດບາດ ໃນການສົ່ງເສີມສິດທິຄວາມສະເໝີພາບຂອງຄົນພິການ ແລະ ຄົນທົ່ວໄປ ໃນການເຄື່ອນໄຫວກິລາ-ກາຍຍະກໍາ.
ຊຽງຂວາງ ພາຣາເກມ 2023 ແຂ່ງຂັນລະຫວ່າງ 13-17 ກຸມພາ 2023 ມີການແຂ່ງຂັນ 7 ປະເພດກິລາຄື: ກິລາຍົກນໍ້າໜັກ, ກິລາແລ່ນ-ລານ, ກິລາລອຍນໍ້າ, ກິລາບານບ້ວງລໍ້ເລື່ອນ, ກິລາໂກນບານ, ກິລາບັອດເຊຍ, ກິລາບານເຕະ, ແຂ່ງຂັນທັງໝົດ 123 ລາຍການ, ຊິງຫຼຽນຄຳ, ຫຼຽນເງິນ, ຫຼຽນທອງ ຢ່າງລະ 135 ຫຼຽນ. ໄດ້ກຳນົດເອົາ 5 ສະໜາມແຂ່ງຂັນຄື: ສະໜາມກິລາທົ່ງໄຫຫີນ, ສະໜາມໄຊຊະນະ, ເດີ່ນກິລານ້ຳມັນເຊື້ອໄຟ, ເດີ່ນຮົ່ມໂຮງຮຽນພອນສະຫວັນ, ສະໂມສອນພະແນກແຜນການ ແລະ ການລົງທຶນ, ສ່ວນກິລາລອຍນ້ຳ ແມ່ນຈັດການແຂ່ງຂັນຢູ່ສະໜາມກິລາແຫ່ງຊາດ (ຫຼັກ16) ທີ່ນະຄອນຫຼວງວຽງຈັນ ລະຫວ່າງ 8-10 ກຸມພາຜ່ານມາ. ມີຄະນະນັກກິລາຈາກ 17 ແຂວງ, 1 ນະຄອນຫຼວງວຽງຈັນ ເຂົ້າຮ່ວມ ໃນນັ້ນມີຄະນະນຳ, ຄູຝຶກ, ຜູ້ຊ່ວຍ 434 ຄົນ ແລະ ນັກກິລາ 272 ຄົນ ລວມທັງໝົດ 706 ຄົນ.
Photo: ໜັງສືພີມສຶກສາກິລາ, ໜັງສືພີມຊຽງຂວາງມີໄຊ