ເຮັກເຕີ ເບເຢລິນ ກັບມາ ບາຣຊ້າ ອີກຄັ້ງ ພາຍຫລັງບໍ່ໄດ້ຮັບໂອກາດຈາກ ອາຣເຊນໍລ

ເຮັກເຕີ ເບເຢລິນ ແບັກຂວາຊາວແອັສປາຍ ໄວ 27 ປີ ຕັດສິນໃຈກັບມາ ບາຣເຊໂລນ້າ ອີກຄັ້ງ ພາຍຫລັງບໍ່ໄດ້ຮັບໂອກາດຈາກອາຣເຊນໍລ ໂດຍກັບມາ ບາຣຊ້າ ຄັ້ງນີ້ ແບບບໍ່ມີຄ່າໂຕ ເນື່ອງຈາກໝົດສັນຍາກັບ ເດີ ກັນເນີ, ເບເຢລິນ ເຊັນສັນຍາ 1 ປີ ກັບ ບາຣຊ້າ.

ສຳລັບ ເຮັກເຕີ ເບເຢລິນ ເຕີບໂຕມາຈາກອາຄາເດມີ້ຂອງ ບາຣຊ້າ ແລະ ອາຣເຊນໍລ ຂຶ້ນທີມຊຸດໃຫຍ່ຂອງ ເດີ ກັນເນີ ໃນປີ 2012–2022 ລົງຫລິ້ນ 239 ນັດ ຍິງ 9 ປະຕູ, ຊ່ວຍທີມໄດ້ແຊ້ມ ເອຟເອຄັບ ແລະ ຄອມມູນີຕີ້ຊິວ ຢ່າງລະ 3 ສະໄໝ ແລະ ຮອງແຊ້ມລີກຄັບໜຶ່ງຄັ້ງ, ເຄີຍຕິດທີມດີເດັ່ນຂອງ ພຣີເມ່ຍລີກ ລະດູການ 2015-16.

ລະດູການຜ່ານມາ ຖືກປ່ອຍໃຫ້ ຣຽວ ເບຕິສ ຍືມຕົວ ໂດຍໄດ້ລົງຫລິ້ນ 32 ນັດ, ຊ່ວຍ ຣຽວ ເບຕິສ ໄດ້ແຊ້ມ ໂຄປ້າ ເດວເຣ ສະໄໝທີ 3 ໃນຮອບ 17 ປີ.

ພ້ອມກັນນີ້ ບາຣຊ້າ ກໍໄດ້ ມາຣຄັອສ ອາລອນໂຊ້ ແບກຊ້າຍ ໄວ 31 ປີ ສາຍເລືອດກະທິງດຸຈາກ ເຊວຊີ ໂດຍບໍ່ມີຄ່າໂຕ ເພາະໝົດສັນຍາກັບສັງກັດເກົ່າ ເຊວຊີ.

Photo: Hector Bellerin, FC Barcelona

Leave a Reply

Your email address will not be published. Required fields are marked *