ເປີດນໍາໃຊ້ທາງການ! ສັງວຽນຕີໄກ່ ອົງອາດຊະນະໄຊ ທີ່ບ້ານນາເງິນ ເມືອງທຸລະຄົມ ແຂວງວຽງຈັນ

ເມື່ອວັນທີ 12 ກຸມພາ 2023 ຜ່ານມາ, ສັງວຽນຕີໄກ່ ອົງອາດຊະນະໄຊ ໄດ້ເປີດນໍາໃຊ້ຢ່າງເປັນທາງການ ເພື່ອສືບທອດປະເພນີກີລາຕີໄກ່ທີ່ທີ່ມີມາແຕ່ບູຮານນະການ ທັງເປັນການດຶງດູດການທ່ອງທ່ຽວ ໂດຍມີ ທ່ານ ນາງ ວຽງຄອນ ນາມເມືອງວົງ ເຈົ້າຂອງສັງວຽນຕີໄກ່ ອົງອາດຊະນະໄຊ ທັງເປັນເຈົ້າຂອງຟາມ ອັອສຕິນ, ທ່ານ ຄຳພັນ ບຸນເຮືອງ ປະທານ ກຸ່ມບໍລິສັດ ບຸນເຮືອງ ການຄ້າ ເປັນປະທານ ແລະ ທ່ານ ສົມຄິດ ຕານສະຫວັດ ປະທານ ບໍລິສັດ ສົມຄິດ ຕານສະຫວັດ ກໍ່ສ້າງ ແລະ ຂົວທາງ ພ້ອມດ້ວຍຕາງໜ້າຄ້າຍໄກ່ຕີ, ພ້ອມດ້ວຍພໍ່ແມ່ປະຊາຊົນໃນເຂດດັ່ງກ່າວ ແລະ ອ້ອມຂ້າງເຂົ້າຮ່ວມ.

ທ່ານ ນາງ ວຽງຄອນ ນາມເມືອງວົງ ເຈົ້າຂອງສັງວຽນຕີໄກ່ ອົງອາດຊະນະໄຊ ກ່າວວ່າ: ເພື່ອສືບສານສືບທອດວັດທະນາທໍາຕີໄກ່ ເຊິ່ງພວກເຮົາມີມາຕັ້ງແຕ່ບູຮານນະການ ເປັນປະເພນີການຕີໄກ່ລະຫວ່າງຊົນເຜົ່າຕ່າງໆເຊັ່ນ: ເຜົ່າມົ້ງ, ເຜົ່າກຶມມຸ, ເຜົ່າລາວລຸ່ມ ແລະ ເຜົ່າອື່ນໆ ເພື່ອສ້າງຄວາມສາມັກຄີ ແລະ ແລກປ່ຽນບົດຮຽນໃຫ້ເຊິ່ງກັນ ແລະ ກັນ. ນອກນັ້ນ, ຍັງເປັນການສ້າງລາຍໄດ້ໃຫ້ກັບພໍ່ແມ່ປະຊາຊົນອ້ອມຂ້າງ ແລະ ດຶງດູດການທ່ອງທ່ຽວ ເພາະພວກເຮົາຍັງມີຟາມ ແລະ ແຫຼ່ງທ່ອງທ່ຽວທາງດ້ານກະສິກໍາ ບໍ່ວ່າຈະເປັນ ຟາມງົວ ແລະ ຕາດ ທີ່ພວກເຮົາໃສ່ຊື່ວ່າ: ວັງຄີ ແລະ ອະນາຄົດໃກ້ໆນີ້ ພວກເຮົາກໍມີສວນສັດນ້ອຍໆ, ຣີສອດ, ຫ້ອງປະຊຸມ ແລະ ທົ່ງນາ ເພື່ອເຮັດໃຫ້ມີຫລາກຫລາຍສີສັນບ່ອນຊົມບ່ອນທ່ຽວ ແລະ ພັກຜ່ອນຢອນອາລົມ ທັງເປັນການເສີມສ້າງການຮຽນຮູ້ ດ້ານກະສິກຳຕ່າງໆ.

ເຈົ້າຂອງສັງວຽນຕີໄກ່ ອົງອາດຊະນະໄຊ ກ່າວຕື່ມອີກວ່າ: ສໍາລັບ ສັງວຽນຕີໄກ່ຂອງພວກເຮົາ ແມ່ນໄດ້ຮັບຮອງຈາກຂຶ້ນເທິງໃຫ້ເປີດນໍາໃຊ້ຖືກຕ້ອງຕາມລະບຽບ, ຂໍຂອບໃຈ ອົງການຈັດຕັ້ງຂັ້ນເມືອງ ແລະ ອົງການຈັດຕັ້ງບ້ານ, ບັນດາບໍລິສັດ ພ້ອມດ້ວຍຄອບຄົວ ທີ່ໃຫ້ການສະໜັບສະໜູນຕະຫຼອດມາ. ສັງວຽນຕີໄກ່ ອົງອາດຊະນະໄຊ ຕັ້ງຢູ່ບ້ານນາເງິນ ເມືອງທຸລະຄົມ ແຂວງວຽງຈັນ.

ຂ່າວ ແລະ ພາບ: ສົງການ ພັນແພງດີ

Leave a Reply

Your email address will not be published. Required fields are marked *