ອຸດົມໄຊ ຮາຟ ມາຣາທອນ 2023 ມີຜົນຕອບຮັບທີ່ດີ ນອກຈາກເພື່ອການກຸສົນ ຍັງສົ່ງເສີມການອອກກຳລັງກາຍ ແລະ ຊຸກຍູ້ການທ່ອງທ່ຽວ!

ງານແລ່ນ ອຸດົມໄຊ ຮາຟ ມາຣາທອນ 2023 ເພື່ອການກຸສົນ ຮ່ວມໃຈຕ້ານໄພໜາວ ແລະ ຊ່ວຍເຫຼືອນ້ອງນັກຮຽນຜູ້ທຸກຍາກ, ເປັນງານແລ່ນຄັ້ງທໍາອິດ ທີ່ແຂວງອຸດົມໄຊ ໄດ້ຮັບກຽດເປັນເຈົ້າພາບ ໂດຍສະພາການຄ້າ ແລະ ອຸດສາຫະກໍາແຂວງເປັນເຈົ້າການຈັດຂຶ້ນ ເພື່ອປຸກລະດົມທຸກພາກສ່ວນໃນສັງຄົມ ໂດຍສະເພາະພາກສ່ວນທຸລະກິດ, ຜູ້ປະກອບການ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ມີສ່ວນຮ່ວມໃນການຊ່ວຍເຫຼືອສັງຄົມ, ໂດຍສະເພາະແມ່ນນ້ອງນັກຮຽນຜູ້ທີ່ຍັງທຸກຍາກຂາດເຂີນ, ທັງເປັນການຮັດແໜ້ນຄວາມສາມັກຄີ ລະຫວ່າງ ອົງການຈັດຕັ້ງພັກ-ລັດ-ສາກົນ, ນັກທຸລະກິດ, ຜູ້ປະກອບການ, ພໍ່ແມ່ປະຊາຊົນບັນດາເຜົ່າ ລວມທັງນັກກິລາທັງພາຍໃນແຂວງ, ຕ່າງແຂວງ ແລະ ຕ່າງປະເທດ.

ພ້ອມກັນນັ້ນ ກໍເພື່ອສົ່ງເສີມການອອກກຳລັງກາຍເພື່ອສຸຂະພາບ ແລະ ສົ່ງເສີ່ມການທ່ອງທ່ຽວພາຍໃນແຂວງ ໂດຍເສັ້ນທາງການແລ່ນ ເລີ່ມແຕ່ຫ້ອງການສະພາການຄ້າ ແລະ ອຸດສາຫະກຳແຂວງ, ຜ່ານບັນດາສະຖານທີ່ສຳຄັນຕ່າງໆຂອງແຂວງ ໄປຫາ ນໍ້າກັດ ຢໍລະປ່າ ສະຖານທີ່ທ່ອງທ່ຽວທີ່ລືຊືຂອງແຂວງ ໃນໄລຍະທາງ 21 ກິໂລແມັດ, ໂດຍແບ່ງການແຂ່ງຂັນອອກເປັນ 3 ໄລຍະຄື: ໄລຍະທາງ 5 ກມ, 10 ກມ ແລະ 21 ກມ, ໂດຍມີນັກກິລາ 200 ກວ່າຄົນທີ່ມາຈາກພາຍໃນແຂວງ, ຕ່າງແຂວງ ແລະ ຕ່າງປະເທດເຂົ້າຮ່ວມ ດ້ວຍບັນຍາກາດທີ່ຟົດຟື້ນ.

ງານແລ່ນ ອຸດົມໄຊ ຮາຟ ມາຣາທອນ ຄັ້ງນີ້ ເຖິງວ່າເປັນຄັ້ງທຳອິດທີ່ແຂວງຈັດຂຶ້ນ ແຕ່ເຫັນວ່າ: ມີຜົນຕອບຮັບທີ່ດີຈາກສັງຄົມ ແລະ ຜູ້ເຂົ້າຮ່ວມ ນອກຈາກເພື່ອການກຸສົນ ຮ່ວມໃຈຕ້ານໄພໜາວ ແລະ ຊ່ວຍເຫຼືອນ້ອງນັກຮຽນຜູ້ທຸກຍາກ ຍັງເປັນການສົ່ງເສີມການອອກກຳລັງກາຍເພື່ອສຸຂະພາບ, ສ້າງໂອກາດໃຫ້ນັກກິລາແລ່ນ ໄດ້ສະແດງຄວາມສາມາດ ແລະ ຊຸກຍູ້ການທ່ອງທ່ຽວ, ເຊິ່ງກິດຈະກຳງານແລ່ນ ເປັນງານທີ່ໄດ້ຮັບຄວາມນິຍົມສູງໃນຫລາຍປະເທດ ສາມາດດຶງດູດນັກທ່ອງທ່ຽວຈາກຕ່າງປະເທດ ນອກຈາກມາຮ່ວມງານ ຍັງມາທ່ອງທ່ຽວພ້ອມ, ສຳຄັນແມ່ນເລື່ອງການຕ້ອນຮັບ ແລະ ບໍລິການ ທີ່ຈິງໃຈ ບໍ່ເອົາລັດເອົາປຽບ ລວມທັງສິ່ງດຶງດູດຂອງງານ ແລະ ແຫລ່ງທ່ອງທ່ຽວ ເພື່ອເຮັດໃຫ້ເຂົາເຈົ້າຢາກມາຮ່ວມງານທຸກຄັ້ງ ແລະ ຢາກມາພັກຜ່ອນ ທ່ອງທ່ຽວລາວເປັນປະຈຳ.

ງານແລ່ນ ອຸດົມໄຊ ຮາຟ ມາຣາທອນ ຄັ້ງນີ້ ໄດ້ຮັບການສະໜັບສະໜູນຫຼັກຈາກ ບໍລິສັດ ເບຍລາວ ຈຳກັດ, ລວມມູນຄ່າ 248 ລ້ານກີບ, ເຊິ່ງລາຍໄດ້ຈາກການຈັດງານຄັ້ງນີ້ ລວມທັງເຄື່ອງບໍລິຈາກຕ່າງໆ ທາງສະພາການຄ້າ ແລະ ອຸດສາຫະກໍາແຂວງ ຈະນຳໄປມອບໃຫ້ນ້ອງນັກຮຽນຜູ້ທີ່ຍັງທຸກຍາກຂາດເຂີນ ຢູ່ຫ່າງໄກຊອກຫຼີກ ໃນແຂວງອຸດົມໄຊ.

Leave a Reply

Your email address will not be published. Required fields are marked *