ນະຄອນຫລວງ ຄວ້າ 9 ຫລຽນຄຳ ຄອງອັນດັບ 1 ກິລາລອຍນໍ້າຄົນພິການ ຊຽງຂວາງ ພາຣາເກມ ຄັ້ງທີ 3

ການແຂ່ງຂັນກິລາລອຍນໍ້າຄົນພິການ ໃນງານກິລາຄົນພິການແຫ່ງຊາດລາວ ຄັ້ງທີ 3 ຫລື ຊຽງຂວາງ ພາຣາເກມ 2023 ສະເພາະກິລາລອຍນໍ້າ ມາແຂ່ງຂັນທີ່ສະລອຍນໍ້າແຫ່ງຊາດ ເຂດສະໜາມກິລາແຫ່ງຊາດ ຫລັກ 16 ນະຄອນຫລວງວຽງຈັນ, ມື້ສຸດທ້າຍຂອງການແຂ່ງຂັນ 10 ກຸມພາ 2023 ມີການຊິງໄຊທັງໝົດ 12 ຫລຽນຄຳ ຈາກທັງໝົດ 35 ຫລຽນຄຳ. ຜ່ານການແຂ່ງຂັນທັງ 3 ວັນ ແຕ່ວັນທີ 8-10 ກຸມພາ ປະກົດວ່າ: ນະຄອນຫລວງ ຄອງເຈົ້າຫລຽນຄຳກິລາປະເພດນີ້ ໄດ້ມາທັງໝົດ 9 ຫລຽນຄຳ 5 ຫລຽນເງິນ ແລະ 5 ຫລຽນທອງ ລວມ 19 ຫລຽນ, ທີ 2 ແຂວງເຊກອງ ໄດ້ 6 ຫລຽນຄຳ 8 ຫລຽນເງິນ 4 ຫລຽນທອງ, ທີ 3 ແຂວງຊຽງຂວາງ ເຈົ້າພາບ ໄດ້ 4 ຫລຽນຄຳ 2 ຫລຽນເງິນ 1 ຫລຽນທອງ, ທີ 4 ຮ່ວມ ແຂວງສະຫວັນນະເຂດ ແລະ ບໍລິຄຳໄຊ ໄດ້ 4 ຫລຽນຄຳ 2 ຫລຽນເງິນ, ຂະນະທີ່ ແຂວງອັດຕະປື ໄດ້ 2 ຫລຽນຄຳ 3 ຫລຽນເງິນ 4 ຫລຽນທອງ, ອຸດົມໄຊ 2 ຫລຽນຄຳ 3 ຫລຽນເງິນ 3 ຫລຽນທອງ, ຫລວງພະບາງ 2 ຫລຽນຄຳ 1 ຫລຽນທອງ, ຜົ້ງສາລີ 1 ຫລຽນຄຳ 3 ຫລຽນເງິນ 2 ຫລຽນທອງ ແລະ ແຂວງຄຳມ່ວນ ໄດ້ 1 ຫລຽນຄຳ 2 ຫລຽນເງິນ 1 ຫລຽນທອງ.

ພາຍຫລັງສຳເລັດການແຂ່ງຂັນ ໄດ້ມີພິທີສະຫລຸບການແຂ່ງຂັນ ແລະ ປິດການແຂ່ງຂັນຢ່າງເປັນທາງການ ໂດຍ ທ່ານ ອຳພາວັນ ກວ້າງມະນີວັນ ຮອງຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ, ຮອງຫົວໜ້າກຳມະການເຕັກນິກຈັດການແຂ່ງຂັນ ແລະ ທ່ານ ພູນິພົນ ພັນທະວົງ ປະທານສະຫະພັນກິລາລອຍນໍ້າຄົນພິການແຫ່ງຊາດລາວ.

ການແຂ່ງຂັນກິລາລອຍນໍ້າຄົນພິການ ໃນງານກິລາຄົນພິການແຫ່ງຊາດນີ້ ມີການຊິງໄຊທັງໝົດ 35 ຫລຽນຄຳ, ຍິງ 7 ລາຍການ, ຊາຍ 28 ລາຍການ, ມີນັກກິລາເຂົ້າຮ່ວມ 29 ຄົນ, ຍິງ 5 ຄົນ ທີ່ມາຈາກ 10 ພາກສ່ວນຄື: ນະຄອນຫລວງວຽງຈັນ, ແຂວງເຊກອງ, ແຂວງຊຽງຂວາງ, ສະຫວັນນະເຂດ, ບໍລິຄຳໄຊ, ອັດຕະປື, ອຸດົມໄຊ, ຫລວງພະບາງ, ຜົ້ງສາລີ ແລະ ແຂວງຄຳມ່ວນ.

ຕະຫລອດການແຂ່ງຂັນເຫັນໄດ້ເຖິງຄວາມຮັບຜິດຊອບສູງຂອງຄະນະຮັບຜິດຊອບຈັດການແຂ່ງຂັນ, ຄູຝຶກ ແລະ ນັກກິລາທີ່ເຂົ້າຮ່ວມ, ເຫັນໄດ້ເຖິງຄວາມສາມັກຄີ, ມີນໍ້າໃຈ ໄມຕີຈິດ ມິດຕະພາບ ແລະ ການຊ່ວຍເຫລືອເຊິ່ງກັນ ແລະ ກັນ. ການແຂ່ງຂັນກິລາຄົນພິການຄັ້ງນີ້ ມີຄວາມໝາຍ ຄວາມສຳຄັນຢ່າງຍິ່ງ ເພື່ອຍົກສູງບົດບາດຄວາມສາມາດຂອງຄົນພິການ. ສຳລັບພິທີມອບຫລຽນລາງວັນແມ່ນຈະຈັດຂຶ້ນຢູ່ແຂວງຊຽງຂວາງ ເຈົ້າພາບ ພ້ອມກັບອີກ 6 ປະເພດກິລາທີ່ຈະແຂ່ງຂັນຢູ່ແຂວງຊຽງຂວາງຄື: ກິລາບານບ້ວງລໍ້ເລື່ອນ, ຍົກນໍ້າໜັກ, ແລ່ນ-ລານ, ເຕະບານ 5 ຄົນ, ໂກນບານ ແລະ ບັອດເຊຍ ຈະແຂ່ງຂັນໃນລະຫວ່າງວັນທີ 14-18 ກຸມພານີ້.

Leave a Reply

Your email address will not be published. Required fields are marked *