ຣຽວ ມາດຣິດ ຊະນະ ອາວ ອາລີ ເຂົ້າຊິງຊະນະເລີດ ສະໂມສອນໂລກ ລຸ້ນແຊ້ມສະໄໝທີ 5

ການແຂ່ງຂັນເຕະບານຊິງແຊ້ມສະໂມສອນໂລກ ຄັ້ງທີ 19 ທີ່ປະເທດໂມຣັອກໂຄ (ມາຣົກ) ເປັນເຈົ້າພາບ ໃນວັນທີ 1-11 ກຸມພາ 2023 ນີ້ ການແຂ່ງຂັນຮອບ 4 ທີມສຸດທ້າຍ ຄູ່ທີສອງ ວັນທີ 8 ກຸມພາຜ່ານມາ, ຣຽວ ມາດຣິດ ຈາກແອັສປາຍ ແຊ້ມຢູຟ້າ ແຊ້ມປ້ຽນລີກ ຕົວແທນຈາກເອີຣົບ ແຊ້ມລາຍການນີ້ສູງສຸດ 4 ສະໄໝ ເອົາຊະນະ ອາວ ອາລີ ຈາກເອຢິບ ຕົວແທນຈາກທະວີບອາຟຣິກາ 4-1 ໄດ້ປະຕູຈາກ: ວີນີຊີອຸສ ຈູເນ່ຍ ນາທີ 42′, ເຟເດຣິໂກ້ ບາວເບເດ້ ນາທີ 46′, ໂຣດຣີໂກ້ ນາທີ 90+2′ ແລະ ເຊີຈີໂອ້ ອາຣີບັສ ນາທີ 90+8′.

ມາດຣິດ ເຂົ້າຮອບຊິງຊະນະເລີດ ໄປລຸ້ນແຊ້ມສະໄໝທີ 5 ພົບກັບ ອາວ ຮີລານ ຈາກຊາອຸດິອາຣາເບຍ ແຊ້ມສະໂມສອນອາຊີ ທີ່ສ້າງປະຫວັດສາດເຂົ້າຊິງລາຍການນີ້ຄັ້ງທຳອິດ ພາຍຫລັງເອົາຊະນະ ຟລາແມັງໂກ້ ຈາກເບຣຊິນ ແຊ້ມໂຄປ້າ ລິເບີຕາດໍເຣັສ ຈາກອາເມຣິກາໃຕ້ 3-2.

ຮອບຊິງຊະນະເລີດ ຈະແຂ່ງຂັນຄືນວັນທີ 11 ກຸມພານີ້ ເວລາ 2 ໂມງ, ຄູ່ຊິງທີ 3 ອາວ ອາລີ ພົບ  ຟລາແມັງໂກ້ ຈະແຂ່ງກ່ອນ ເວລາ 22:30.

Photo: Real Madrid C.F.

Leave a Reply

Your email address will not be published. Required fields are marked *