ລາວເວີນ ມະຫາຊົນ ມອບເງິນລາງວັນໃຫ້ ໄຊຊະນະ ໄຊສະຫວາດ ນັກກິລາປິ່ງປ່ອງເຍົາວະຊົນລາວ ທີ່ຄວ້າແຊ້ມປິ່ງປ່ອງລະດັບນາໆຊາດ ທີ່ກາຕ້າ

ບໍລິສັດ ລາວເວີນ ມະຫາຊົນ ສູນການຄ້າ ໄອເຕັກມໍລ ໄດ້ມອບເງິນລາງວັນ 10 ລ້ານກີບ ໃຫ້ແກ່ ທ້າວ ໄຊຊະນະ ໄຊສະຫວາດ ນັກກິລາປິ່ງປ່ອງເຍົາວະຊົນລາວ ທີ່ສ້າງຜົນງານໂດດເດັ່ນຄວ້າແຊ້ມປິ່ງປ່ອງເຍົາວະຊົນ-ໄວໜຸ່ມ ຊິງແຊ້ມລະດັບນາໆຊາດ ລາຍການ WTT Youth Contender Doha 2023 ທີ່ນະຄອນຫລວງໂດຮາ ປະເທດກາຕ້າ ໃນລະຫວ່າງວັນທີ 27-30 ມັງກອນ 2023 ຜ່ານມາ ເພື່ອເປັນການສະໜັບສະໜູນ ຊົມເຊີຍຜົນງານ ແລະ ຄວາມທຸ້ມເທ ຈົນຍາດໄດ້ໄຊຊະນະຄັ້ງນີ້. ຕາງໜ້າກ່າວມອບໂດຍ ທ່ານ ນາງ ຄຳພາ ຄຳບຸນເຮືອງ ຮອງຜູ້ອຳນວຍການໃຫຍ່ຝ່າຍການຄ້າ ບໍລິສັດ ລາວເວີນ ມະຫາຊົນ ແລະ ກ່າວຮັບໂດຍ ທ່ານ ນາງ ອໍລະໄທ ສັນຕິຄົງຄາ ຮອງປະທານສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ ໂດຍມີຄະນະທີ່ກ່ຽວຂ້ອງທັງສອງຝ່າຍ ພ້ອມດ້ວຍຄູຝຶກ ແລະ ນັກກິລາ.

ໄຊຊະນະ ໄຊສະຫວາດ ນັກກິລາປິ່ງປ່ອງເຍົາວະຊົນຊາຍ ຈາກ ສປປ ລາວ ໄວ 10 ປີ ກາຍເປັນນັກກິລາປິ່ງປ່ອງເຍົາວະຊົນລາວຄົນທຳອິດ ທີ່ສາມາດຄວ້າແຊ້ມປິ່ງປ່ອງເຍົາວະຊົນ-ໄວໜຸ່ມຊິງແຊ້ມລະດັບນາໆຊາດ ລາຍການ WTT Youth Contender Doha 2023. ການເຂົ້າຮ່ວມແຂ່ງຂັນຄັ້ງນີ້ ໄຊຊະນະ ໄຊສະຫວາດ ຫລື ນ້ອງເຄນໂດ້ ຈາກສະໂມສອນປິ່ງປ່ອງດາລາວອນ ລົງແຂ່ງ 2 ລາຍການຄື: ຮຸ່ນອາຍຸບໍ່ເກີນ 11 ປີ ແລະ ບໍ່ເກີນ 13 ປີ, ໂດຍ ນ້ອງເຄນໂດ້ ສາມາດຄ້ວາແຊ້ມໃນຮຸ່ນອາຍຸບໍ່ເກີນ 11 ປີ ດ້ວຍຜົນງານຊະນະ 5 ນັດລວດແບບບໍ່ເສຍເກມ, ຮອບແບ່ງກຸ່ມ ຊະນະນັກກິລາຈາກເອຢິບ ແລະ ສອງນັກກິລາຈາກເຈົ້າພາບກາຕ້າ, ມາໃນຮອບຮອງຊະນະເລີດ ຫລື 4 ຄົນສຸດທ້າຍ ຊະນະ ອີກໜຶ່ງນັກກິລາຈາກເຈົ້າພາບ ແລະ ຮອບຊິງຊະນະເລີດ ຊະນະ ນັກກິລາຈາກສະຫະລັດ ອາເມຣິກາ 3-0 ເກມ ຄວ້າແຊ້ມມາຄອງຢ່າງສະຫງ່າງາມ.

ຂະນະທີ່ ຄະນະນຳສະຫະພັນປິ່ງປ່ອງແຫ່ງຊາດລາວ ກໍໄດ້ສະແດງຄວາມດີໃຈ, ພູມໃຈ ແລະ ປະທັບໃຈ ກັບຜົນງານຂອງ ໄຊຊະນະ ໄຊສະຫວາດ ທີ່ຍາດມາໄດ້ຄັ້ງນີ້ ເປັນຜົນງານອັນໃໝ່ ແລະ ເປັນຕົວຢ່າງທີ່ດີໃຫ້ແກ່ນັກກິລາປິ່ງປ່ອງເຍົາວະຊົນລາວ ໃນການຝຶກຝົນຫລໍ່ຫລອມຕົນເອງ ເພື່ອກ້າວໄປສູ່ການສ້າງຜົນງານເດັ່ນລະດັບສາກົນ.

ທາງດ້ານນັກກິລາແມ່ນຮູ້ສຶກຕື້ນຕັນໃຈເປັນຢ່າງຍິ່ງ ທີ່ໄດ້ຜົນງານເກີນຄາດໝາຍ ແລະ ຈະສືບຕໍ່ຝຶກຝົນ ແລະ ພັດທະນາຕົນເອງ ໃຫ້ດີຂຶ້ນເລື້ອຍໆ ເພື່ອຍາດແຍ່ງເອົາງານອັນໃໝ່ໃນຕໍ່ໜ້າ.

ການເຂົ້າຮ່ວມແຂ່ງຂັນປິ່ງປ່ອງເຍົາວະຊົນ-ໄວໜຸ່ມ ຊິງແຊ້ມລະດັບນາໆຊາດຄັ້ງນີ້ ສປປ ລາວ ສົ່ງນັກກິລາເຂົ້າຮ່ວມ 2 ຄົນຄື: ໄຊຊະນະ ໄຊສະຫວາດ ແລະ ອານັນ ວົງສາ, ໄຊຊະນະ ລົງແຂ່ງສອງລາຍການ: ຮຸ່ນອາຍຸບໍ່ເກີນ 11 ປີ ໄດ້ແຊ້ມ ແລະ ຮຸ່ນອາຍຸບໍ່ເກີນ 13 ປີ ຕົກຮອບ 8 ຄົນສຸດທ້າຍ, ຂະນະທີ່ ອານັນ ວົງສາ ກໍລົງແຂ່ງສອງລາຍການ: ຮຸ່ນນອາຍຸບໍ່ເກີນ 17 ປີ ຕົກຮອບ 16 ຄົນສຸດທ້າຍ ແລະ ຮຸ່ນນອາຍຸບໍ່ເກີນ 19 ປີ ຕົກຮອບແບ່ງ.

Photo: ITECC Mall & Lao Table Tennis Federation

Leave a Reply

Your email address will not be published. Required fields are marked *