ລີເວີພູລ ຍືມ ອາຕູ ເມໂລ້ ອະດີດກອງກາງ ບາຣຊ້າ ຈາກ ຢູເວັນຕຸສ

ຫົງແດງ ລີເວີພູລ ຍືມ ອາຕູ ເມໂລ້ ກອງກາງຊາວເບຣຊິນ ອະດີດກອງກາງ ບາຣເຊໂລນ້າ ຈາກ ຢູເວັນຕຸສ ແຕ່ໄດ້ຈ່າຍເງິນ 4.5 ລ້ານເອີໂຣ ເພື່ອຍືມຕົວ ນັກເຕະໄວ 26 ປີ ມາເສີມກາງ ພ້ອມກັນນີ້ ກໍມີເງື່ອນໄຂຊື້ຂາດ 37.5 ລ້ານປອນ ຫລັງຈົບສັນຍາການຍືມຕົວໜຶ່ງລະດູການ.

ເຈີເກັນ ຄັອບ ຜູ້ຈັດການທີມຂອງ ລີເວີພູລ ວາງແຜນດຶງກອງກາງມາເສີມທັບກ່ອນປິດຕະຫລາດຊື້ຂາຍນັກເຕະໃນວັນທີ 2 ກັນຍານີ້ ໂຊກດີປິດດິວ ອາຕູ ເມໂລ້ ເຖິງວ່າກອງກາງຜູ້ອື່ນທີ່ສົນໃຈບໍ່ໄດ້ຕາມປະສົງ ແຕ່ ອາຕູ ເມໂລ້ ກໍຖືວ່າເປັນນັກເຕະທັກສະຄວາມສາມາດດີຜູ້ໜຶ່ງ ທີ່ອາດມາເສີມແຕ່ງໃຫ້ກອງກາງຫົງແດງມີສີສັນ ເພີ່ມອາວຸດໃນການເດີນເກມບຸກ ເພາະສະພາບກອງກາງໃນປະຈຸບັນມີບັນຫາອາການບາດເຈັບລົບກວນ.

ສຳລັບ ອາຕູ ເມໂລ້ ໂດດເດັ່ນມາຈາກ ເກຣມີໂອ້ ທີມດັງໃນລີກສູງສຸດຂອງເບຣຊິນ ແລະ ຍ້າຍມາ ບາຣຊ້າ ໃນປີ 2018 ດ້ວຍຄ່າໂຕ 31 ລ້ານເອີໂຣ ໄດ້ລົງຫລິ້ນ 72 ນັດ ຍິງ 4 ປະຕູ ຊ່ວຍ ບາຣຊ້າ ໄດ້ແຊ້ມ ລາລີກ້າ ແລະ ຊຸເປີຄັບ ແອັສປາຍ ຢ່າງລະໜຶ່ງສະໄໝ. ຈາກນັ້ນ ຍ້າຍໄປ ທັບມ້າລາຍ ຢູເວັນຕຸສ ໃນປີ 2020 ດ້ວຍຄ່າໂຕ 72 ລ້ານເອີໂຣ ໄດ້ລົງຫລິ້ນ 63 ນັດ ຍິງ 1 ປະຕູ ຊ່ວຍ ຢູເວ່ ໄດ້ແຊ້ມ ໂຄປ້າ ອີຕາເລຍ ແລະ ຊຸບເປີຄັບ ອີຕາລີ ຢ່າງລະໜຶ່ງສະໄໝ.

ນັບຕັ້ງແຕ່ ເຈີເກັນ ຄັອບ ເຂົ້າມາຄຸມທັບ ຫົງແດງ ລີເວີພູລ ໃນປີ 2015 ພາ ລີເວີພູລ ໃຊ້ຈ່າຍໜ້ອຍສຸດໃນບັນດາທີມ ບິກຊິກ (ແມນຢູ, ແມນຊິຕີ້, ອາຣເຊນໍລ, ລີເວີພູລ, ເຊວຊີ, ສະເປີ) ລວມ 744 ລ້າປອນ ແລະ ສາມາດຂາຍນັກເຕະໄດ້ເຖິງ 493 ລ້ານປອນ.

Photo: Liverpool FC

Leave a Reply

Your email address will not be published. Required fields are marked *