ແມນຊິຕີ້ ສ່ຽງຕໍ່ການຖືກຕັດຄະແນນ ແລະ ຕັດອອກຈາກ ພຣີເມ່ຍລີກ ພາຍຫລັງຖືກແຈ້ງຂໍ້ຫາຝ່າຝືນກົດການເງິນ

ວັນທີ 6 ກຸມພານີ້ ຝ່າຍຈັດການແຂ່ງຂັນເຕະບານ ພຣີເມ່ຍລີກ ອັງກິດ ໄດ້ແຈ້ງຂໍ້ຫາຕໍ່ສະໂມສອນ ແມນເຊັສເຕີ ຊິຕີ້ ຝ່າຝືນກົດການເງິນຂອງສະຫະພັນບານເຕະເອີຣົບ ຫລື Financial Fair Play (FFP) ພາຍຫລັງ Der Spiegel ສື່ດັງຈາກເຢຍລະມັນ ແລະ ຫລາຍສື່ໃນອັງກິດ ລາຍງານຂ່າວວ່າ: ກວດພົບ ແມນຊິຕີ້ ຝ່າຝືນກົດການເງິນຂອງ ຢູຟ້າ ຫລາຍກວ່າ 100 ຄັ້ງ ໃນ 9 ລະດູການຜ່ານມາ ລະຫວ່າງເດືອນກັນຍາ ປີ 2009 ເຖິງລະດູການ 2017-18 ໂດຍສະເພາະການແຈ້ງລາຍໄດ້ຈາກຜູ້ໃຫ້ການສະໜັບສະໜູນທີ່ຫລາຍເກີນຈິງ ເພື່ອຫວັງໃຫ້ມີຕົວເລກລາຍຮັບ ທີ່ດຸນດ່ຽງກັບລາຍຈ່າຍ ບໍ່ລະເມີດກົດເພດານດ້ານການເງິນຂອງຢູຟ້າ ລວມທັງ ການເພີ່ມຄ່າແຮງງານໃຫ້ ໂຣແບໂຕ້ ແມນຊີນີ້ ອະດີດຜູ້ຈັດການທີມເກົ່າ ແບບປິດບັງ.

ກໍລະນີນີ້ ຫາກ ແມນຊິຕີ້ ກະທຳຜິດຈິງຕາມຂໍ້ກ່າວຫາ ຈະຖືກ ພຣີເມ່ຍລີກ ຕັດຄະແນນຕາມລະບຽບ ຫລື ອາດຖືກປັບຕົກຊັ້ນ ຕາມຄວາມໜັກເບົາຂອງຄະດີ.

ທາງດ້ານ ແມນເຊັສເຕີ ຊິຕີ້ ກໍບໍ່ນິ້ງນອນໃຈ ໄດ້ອອກມາຖະແຫລງຕໍ່ຂໍ້ກ່າວຫາດັ່ງກ່າວ ໂດຍພ້ອມສະແດງຄວາມບໍລິສຸດ ແລະ ຍິນດີຮັບຟັງຜົນພິຈາລະນາຂອງ ພຣີເມ່ຍລີກ.

ກ່ອນໜ້ານີ້ ແມນຊິຕີ້ ເຄີຍຖືກສະຫະພັນບານເຕະເອີຣົບ ຫລື ຢູຟ້າ ລົງໂທດມາແລ້ວໃນປີ 2020 ຈາກກໍລະນີດຽວກັນ ເບື້ອງຕົ້ນຖືກສັ່ງຫ້າມລົງຫລິ້ນໃນບານລະດັບເອີຣົບ 2 ລະດູການ ແຕ່ຕໍ່ມາຍືນອຸທອນໄປຫາສານກິລາໂລກ ຫລື CAS ໄດ້ຮັບການຜ່ອນໂທດ ສາມາດລົງຫລິ້ນບານເອີຣົບໄດ້ ຫລຸດໂທດຈາກການປັບໄໝ 30 ລ້ານເອີໂຣ ເຫລືອພຽງ 10 ລ້ານເອີໂຣ.

ນັບຕັ້ງແຕ່ ຊິຕີ້ ໄດ້ເຈົ້າຂອງທີມ ກຸ່ມທຶນຈາກສະຫະລັດອາຣັບ ເອມີເຣດ ໃນປີ 2008 ເປັນຕົ້ນມາ ໃຊ້ເງິນຊື້ນັກກິລາຫລາຍກວ່າ 2.38 ຕື້ເອີໂຣ, ໄດ້ແຊ້ມ ພຣີເມ່ຍລີກ ແລະ ລີກຄັບ ຢ່າງລະ 6 ສະໄໝ, ເອຟເອຄັບ 2 ສະໄໝ, ຄອມມູນີຕີຊິວ 3 ສະໄໝ ແຕ່ຍັງບໍ່ໄດ້ແຊ້ມ ຢູຟ້າ ແຊ້ມປ້ຽນລີກ.

ລະດູການຜ່ານມາ 2021-22 ຜົນສຳຫລວດຈາກ Deloitte ຊິຕີ້ ເປັນທີມມີລາຍໄດ້ສູງສຸດໃນໂລກ 613 ລ້ານປອນ ແລະ ມີກຳໄລ 42 ລ້ານປອນ.

Photo: Manchester City

Leave a Reply

Your email address will not be published. Required fields are marked *