ທ່ານ ວຸດທິວັດ ແດງສະເໝີກຽດ ຄູຝຶກຊາວໄທ ໄວ 62 ປີ ຫົວໜ້າຄູຝຶກໃໝ່ຂອງສະໂມສອນ ມາສເຕີ ເຊເວັ້ນ (MASTER 7 FC) ທີມຊັ້ນນຳໃນລີກສູງສຸດຂອງ ສປປ ລາວ ໄດ້ຕອບຄຳຖາມສື່ມວນຊົນລາວ ທັດສະນະຕໍ່ບານເຕະລາວໃນປະຈຸບັນ ເປັນຫຍັງນັກກິລາບານເຕະທີມຊາດຊຸດໃຫຍ່ຂອງລາວ ຈຶ່ງຜົນງານອອກມາບໍ່ໄດ້ຕາມຄາດໝາຍ ເມື່ອໄປແຂ່ງຂັນລະດັບອາຊຽນ ຫລື ລະດັບທະວີບອາຊີ? ເຊິ່ງ ທ່ານ ວຸດທິວັດ ໄດ້ໃຫ້ທັດສະນະວ່າ: ຄວາມຈິງບານເຕະລະດັບເຍົາວະຊົນ-ໄວໜຸ່ມຂອງລາວ ແມ່ນມີຜົນງານທີ່ດີ ໃນການແຂ່ງຂັນລະດັບພາກພື້ນອາຊຽນ ແລະ ລະດັບອາຊີ ເຫັນໄດ້ຈາກຜົນງານຜ່ານໆມາ, ສ່ວນທີມຊາດຊຸດໃຫຍ່ ເປັນຫຍັງຜົນງານບໍ່ໄດ້ຕາມຄາດໝາຍ ທ່ານ ວຸດທິວັດ ຄິດວ່າ: ຍ້ອນນັກເຕະບານລາວທີ່ມີຄຸນນະພາບສູງຍັງມີບໍ່ຫລາຍ, ດ້ານໜຶ່ງປະສົບການແຂ່ງຂັນໃນລະດັບລີກທີ່ແຂງແກ່ນຍັງມີໜ້ອຍ, ດັ່ງນັ້ນ ພື້ນຖານຫລັກຕ້ອງພັດທະນາສະໂມສອນ ກໍຄືໂຄງສ້າງລີກໃຫ້ແຂງແກ່ນ, ມີຄຸນນະພາບສູງ ແລະ ຄວາມເປັນມືອາຊີບ, ສາມາດປັ້ນນັກກິລາເກດດີ ສົ່ງໄປຫລິ້ນຢູ່ລີກຕ່າງປະເທດ ເພື່ອເພີ່ມຄວາມແຂງແກ່ນ ແລະ ປະສົບການໃຫ້ນັກກິລາ ຕໍ່ຍອດສູ່ການເປັນນັກກິລາອາຊີບ ແລະ ມີຄຸນນະພາບສູງໃນອະນາຄົດ ແຕ່ບັນຫາຄືລົບປະມານເງິນທຶນໃນການສ້າງທີມຍັງມີຈຳກັດ.
ທ່ານ ວຸດທິວັດ ກ່າວຕື່ມວ່າ: ສາເຫດທີ່ທ່ານຕັດສິນໃຈເລືອກມາຮ່ວມສະໂມສອນ ມາສເຕີ ເຊເວັ້ນ ເຊິ່ງເປັນຄວາມທ້າທາຍໃໝ່ໃນລີກລາວຄັ້ງທຳອິດ ຍ້ອນ ມາສເຕີ ເຊເວັ້ນ ມີແນວທາງ ຫລື ອຸດົມການການພັດທະນາທີມທີ່ເໝືອນກັບຕົນ ຄືການພັດທະນາເດັກ-ເຍົາວະຊົນ, ບຸກຄະລາກອນ, ເພີ່ມປະສິດທິພາບດ້ານເຕັກນິກ, ຮູບແບບຕ່າງໆ ເພື່ອເປັນທີມທີ່ມີມາດຖານ ແລະ ມີຄຸນນະພາບສູງ.
ທ່ານ ວຸດທິວັດ ແດງສະເໝີກຽດ ເປັນອະດີດນັກເຕະທີມຊາດໄທ ມີປະສົບການໃນການຄຸມທີມມາແລ້ວຫຼາຍລະດັບ, ເຄີຍຄຸມທີມຊາດໄທ ລະດັບເຍົາວະຊົນ ແລະ ທີມຊາດໄທຊຸດໃຫຍ່ ລວມທັງ ລະດັບສະໂມສອນ ຝາກຜົນງານໄວ້ຢ່າງຫລາກຫລາຍ, ໂດຍມີຄວາມເຊື່ອໝັ້ນວ່າ: ສັກກະຍະພາບຂອງ ມາສເຕີ ເຊເວັ້ນ ມີດີພໍຈະລຸ້ນແຊ້ມລີກສູງສຸດຂອງລາວປີນີ້. ເຊິ່ງ ອາຈານ ວຸດ ມີຮູບແບບການຄຸມທີມ ຫລິ້ນບານກັບພື້ນ ແລະ ເດີນເກມບຸກໂຈມຕີຄູ່ຕໍ່ສູ້ ດ້ວຍຫລາກຫລາຍວີທີ.
ສຳລັບ ນັດທຳອິດຂອງ ມາສເຕີ ເຊເວັ້ນ ໃນລາວລີກ 1 ປີ 2023 ຈະພົບກັບ ນ້ອງໃໝ່ ນໍ້າທາ ຢູໄນເຕັດ ໃນວັນທີ 18 ກຸມພານີ້ ເວລາ 19:00 ທີ່ສະໜາມກິລາແຫ່ງຊາດ ຫລັກ 16.
ເຕະບານ ລາວລີກ 1 ປີ 2023 ມີ 8 ທີມເຂົ້າຮ່ວມຄື: ຊ້າງນ້ອຍ ແຊ້ມເກົ່າ, ມາສເຕີ ເຊເວັ້ນ ຮອງແຊ້ມ, ເອສຣາ, ກອງທັບ, ແຂວງວຽງຈັນ, ແຂວງຈຳປາສັກ, ແຂວງຫລວງພະບາງ ແລະ ທີມນ້ອງໃໝ່ ແຂວງຫລວງນໍ້າທາ. ຈະເລີ່ມແຂ່ງຂັນວັນທີ 18 ກຸມພາ 2023 ນີ້ ແລະ ໄປສິ້ນສຸດໃນເດືອນສິງຫາ, ຮູບແບບພົບກັນ 2 ຮອບ (Double Round-Robin)ຄື: ຮອບຂາໄປ, ຮອບຂາກັບ ທີມໜຶ່ງຕ້ອງແຂ່ງ 16 ນັດ ຈຶ່ງຈົບການແຂ່ງຂັນປະຈຳປີນີ້.
ສຳລັບ ມາສເຕີ ເຊເວັ້ນ ເຂົ້າຮ່ວມລີກສູງສຸດຂອງລາວ ຄັ້ງທຳອິດ ປີ 2018 ຈົບອັນດັບ 4, ຄັ້ງທີສອງ ປີ 2019 ຈົບອັນດັບ 2, ຄັ້ງທີສາມ ປີ 2020 ຈົບອັນດັບ 2 ແລະ ຄັ້ງທີ 4 ປີ 2022 ຈົບອັນດັບ 2, ສ່ວນ ປີ 2021 ການແຂ່ງຂັນຖືກຍົກເລີກຍ້ອນພະຍາດໂຄວິດ-19, 3 ຄັ້ງຜ່ານມາ ເປັນຮອງແຊ້ມລີກທັງ 3 ຄັ້ງ, ປີນີ້ ເປັນອີກປີໜຶ່ງທີ່ທ້າທາຍຂອງທີມໃນການສູ້ຊົນພິຊິດແຊ້ມລີກມາຄອງໃຫ້ໄດ້.
Photo: Master 7 & Kickofflaos