ອາວ ຮີລານ ແຊ້ມອາຊີ ຜ່ານເຈົ້າພາບ ເຂົ້າຮອບ 4 ທີມສຸດທ້າຍ ເຕະບານຊິງແຊ້ມສະໂມສອນໂລກ!

ການແຂ່ງຂັນເຕະບານຊິງແຊ້ມສະໂມສອນໂລກ ຄັ້ງທີ 19 ທີ່ປະເທດໂມຣັອກໂຄ (ມາຣົກ) ເປັນເຈົ້າພາບ ໃນວັນທີ 1-11 ກຸມພາ 2023 ນີ້ ການແຂ່ງຂັນຮອບທີສອງ ອາວ ຮີລານ ຈາກຊາອຸດິອາຣາເບຍ ແຊ້ມສະໂມສອນອາຊີ ເອົາຊະນະ ວີດາດ ຄາຊາບັງກ້າ ຈາກເຈົ້າພາບ ທັງເປັນແຊ້ມສະໂມສອນອາຟຣິກາ ດ້ວຍການດວນຈຸດໂທດ 5-3 ເວລາປົກກະຕິກັບການຕໍ່ເວລາພິເສດສະເໝີກັນ 1-1.

ອາວ ຮີລານ ເຂົ້າສູ່ຮອບຮອງຊະນະເລີດ ເປັນຄັ້ງທີ 3 ຕິດຕໍ່ກັນ ໄປພົບກັບ ຟລາແມັງໂກ້ ຈາກເບຣຊິນ ແຊ້ມໂຄປ້າ ລິເບີຕາດໍເຣັສ ຈາກອາເມຣິກາໃຕ້ ທີ່ໄດ້ສິດລໍຖ້າໃນຮອບ 4 ທີມສຸດທ້າຍ ຈະແຂ່ງຂັນວັນທີ 7 ກຸມພານີ້.

ຂະນະທີ່ ອາວ ອາລີ ຈາກເອຢິບ ຕົວແທນຈາກທະວີບອາຟຣິກາ ພາຍຫລັງເອົາຊະນະ ໂອ໊ກແລ້ນ ຊິຕີ້ ຈາກນິວຊີແລນ (ນູແວນເຊລັງ) ທີມແຊ້ມຂົງເຂດໂອເຊອານີ້ ໃນຮອບທີໜຶ່ງ 3-0 ຮອບທີສອງ ຍັງຜົນງານດີ ຊະນະ ຊີດເທິນ ເຊົາເດີ ນ້ອງໃໝ່ຈາກອາເມຣິກາ ແຊ້ມສະໂມມອນຄອນຄາແຄັຟ 1-0 ຈາກປະຕູໄຊຂອງ ໂມຮາເໝັດ ແມັກດີ້ ທ້າຍເກມ ນາທີ 88′.

ອາວ ອາລີ ເຂົ້າສູ່ຮອບຮອງຊະນະເລີດ ເປັນຄັ້ງທີ 3 ຕິດຕໍ່ກັນເໝືອນກັບ ອາວ ຮີລານ ໂດຍໄປພົບກັບ ຣຽວ ມາດຣິດ ຈາກແອັສປາຍ ແຊ້ມຢູຟ້າ ແຊ້ມປ້ຽນລີກ ຕົວແທນຈາກເອີຣົບ ທີ່ໄດ້ສິດລໍຖ້າໃນຮອບ 4 ທີມສຸດທ້າຍ ຈະແຂ່ງຂັນວັນທີ 8 ກຸມພານີ້.

Photo: نادي الهلال السعودي – AlHilal Saudi Club, Al Ahly SC

Leave a Reply

Your email address will not be published. Required fields are marked *