ການແຂ່ງຂັນເຕະບານ ບຸນເດັສລີກ້າ ເຢຍລະມັນ ຄືນວັນທີ 5 ກຸມພາຜ່ານມາ ທັບເສືອໃຕ້ ບາເຢິນ ມິວນິກ ແຊ້ມເກົ່າ 10 ສະໄໝຕິດຕໍ່ກັນ ບຸກຊະນະ ໂວຟບວກ ສຸດມັນ 4-2 ໄດ້ປະຕູຈາກ ຄິງສະລີ້ ໂຄມ໋ອງ ສອງໜ່ວຍ ນາທີ 9′, 14′ ໂທມັສ ມຸນເລີ ນາທີ 19′ ແລະ ຢາມາວ ມູເຊຍລ້າ ນາທີ 73′ ໂຈເອົາ ແຄນເຊໂລ້ ນັກເຕະໃໝ່ທີ່ຍືມມາຈາກ ແມນຊິຕີ້ ລົງຫລິ້ນເປັນນັດທີສອງ ຈັດໜຶ່ງອີກແອັສຊິດ ແລະ ເກມນີ້ ເຖິງວ່າ ໂຈຊົວ ຄິມມິກ ກອງກາງບາເຢິນ ໄດ້ສອງເຫລືອງເປັນບັດແດງ ນາທີ 54′ ແຕ່ສາມາດປິດເກມ ຊະນະ ໂວຟບວກໄດ້ສຳເລັດ.
ຍາເຢິນ ບໍ່ເສຍໃຫ້ ໂວຟບວກ 18 ນັດຫລັງສຸດທີ່ພົບກັນ ໃນນີ້ ຊະນະ 16 ສະເໝີ 2 ກັບໄປເປັນຜູ້ນຳຕໍ່ໄປ ມີ 40 ຄະແນນ ຈາກ 19 ນັດ, ນຳອັນດັບສອງ ຢູນ້ຽນ ເບີລິນ 1 ຄະແນນ, ທີ 3 ດັອດມຸນ ມີ 37 ຄະແນນ, ທີ 4 ໄລຊິກ ມີ 36 ຄະແນນ, ສ່ວນ ໂວຟບວກ ຢູ່ອັນດັບທີ 7 ມີ 29 ຄະແນນ.
Photo: FC Bayern München