ບາຣຊ້າ ຟອມເດັ່ນ ຊະນະ ເຊບີຢ້າ 3-0 ຄວ້າໄຊ 10 ນັດລວດ!

ການແຂ່ງຂັນເຕະບານ ລາລີກ້າ ແອັສປາຍ ຄືນວັນທີ 5 ກຸມພາຜ່ານມາ, ບາຣເຊໂລນ້າ ທີມນຳ ເປີດສະໜາມຄໍ້ານູ ໄລ່ຕ້ອນເອົາຊະນະ ເຊບີຢ້າ ທີ່ຟອມຕົກໄປຢູ່ທ້າຍຕາຕະລາງ 3-0 ຈາກປະຕູຂອງ ຈໍດີ້ ອາວບ້າ ນາທີ 58′, ກາບີ້ ນາທີ 70′ ແລະ ຣາຟິນຢ້າ ນາທີ 79′ ບາຣຊ້າ ຄວ້າໄຊ 10 ນັດລວດ ແລະ ຍັງບໍ່ເສຍໃນ 15 ຫລັງສຸດລວມທຸກລາຍການ ໃນນີ້ ຊະນະ 14 ສະເໝີ 1.

ຂະນະທີ່ ຣຽວ ມາດຣິດ ແຊ້ມເກົ່າ ພາດທ່າ ບຸກເສຍໃຫ້ ມາຢໍກ້າ 0-1, ຕາຕະລາງຄະແນນຂະນະນີ້ ບາຣຊ້າ ມີ 53 ຄະແນນ ຈາກ 20 ນັດ ຖິ້ມຫ່າງ ມາດຣິດ ອັນດັບສອງ 8 ຄະແນນ ຮອງລົງມາ ຣຽວ ໂຊເຊຍແດັດ ມີ 39 ຄະແນນ, ແອັດມາດຣິດ 35 ຄະແນນ, ບີຢາຣຽວ ແລະ ຣຽວ ເບຕິສ ມີ 31 ຄະແນນ.

Photo: FC Barcelona

Leave a Reply

Your email address will not be published. Required fields are marked *