ການແຂ່ງຂັນເຕະບານ ເຊຣີອາ ອີຕາລີ ຄືນວັນທີ 5 ກຸມພາຜ່ານມາ ມິລານ ດາບີ້ ຄັ້ງທີ 235 ທີ່ສະໜາມຊານຊີໂຣ້ ອິນເຕີ ມິລານ ເອົາຊະນະ ເອຊິ ມິລານ ແຊ້ມເກົ່າ 1-0 ຈາກປະຕູໂທນຂອງ ເລົາຕາໂຣ້ ມາຕີເນັຊ ນາທີ 34′ ເອຊີ ມິລານ ຟອມຕົກຕໍ່ເນື່ອງ ຍັງບໍ່ຊະນະໃນ 7 ນັດຫລັງສຸດ ໃນນີ້ ເສຍເຖິງ 5 ນັດ.
ຂະນະທີ່ ນາໂປລີ ບຸກຊະນະ ສະເປເຊຍ 3-0, ຕາຕະລາງຄະແນນຂະນະນີ້ ອິນເຕີ ກັບຂຶ້ນມາຢູ່ທີສອງ ມີ 43 ຄະແນນ ຈາກ 21 ນັດ ຕາມຫລັງ ນາໂປລີ ທີມນຳ 13 ຄະແນນ, ສ່ວນ ມີລານ ຫລົ່ນມາຢູ່ທີ 6 ມີ 38 ຄະແນນ ຕາມຫລັງ ນາໂປລີ ເຖິງ 18 ຄະແນນ.
Photo: Inter