ແຮຣີ້ ເຄນ ຍິງປະຕູທີ 200 ໃນພຣີເມ່ຍລີກ ເປັນປະຕູໄຊ ຊ່ວຍ ສະເປີ ເປີດບ້ານຊະນະ ແມນຊິຕີ້ 1-0

ການແຂ່ງຂັນເຕະບານ ພຣີເມ່ຍລີກ ອັງກິດ ຄືນວັນອາທິດທີ 5 ກຸມພາຜ່ານມາ, ທັອດແນ່ມ ຮັອດສະເປີ ເປີດບ້ານເອົາຊະນະ ແມນເຊັສເຕີ ຊິຕີ້ ແຊ້ມເກົ່າ ແບບຫວຸດວິດ 1-0 ຈາກປະຕູໄຊຂອງ ແຮຣີ້ ເຄນ ນາທີ 15′ ກາຍເປັນປະຕູທີ 17 ໃນລີກລະດູການນີ້ ຂອງສູນໜ້າທີມຊາດອັງກິດ ແລະ ເປັນປະຕູທີ 200 ໃນພຣີເມ່ຍລີກ ກາຍເປັນນັກເຕະຄົນທີ 3 ໃນປະຫວັດສາດ ພຣີເມ່ຍລີກ ທີ່ຍິງໄດ້ຫລັກ 200 ປະຕູ ຕໍ່ຈາກ ອາລັນ ເຊຍເລີ 260 ປະຕູ ແລະ ເວນ ຣູນີ້ 208 ປະຕູ.

ເຄນ ສ້າງສະຖິຕິ ແລະ ປະຫວັດສາດໃໝ່ ຍິງປະຕູໃຫ້ ສະເປີ ຫລາຍສຸດ 267 ປະຕູ ຈາກ 416 ນັດ ທຳລາຍສະຖິຕິຂອງ ຈິມມີ້ ກຣິຟ ອະດີດສູນໜ້າຂອງທີມ ທີ່ສ້າງໄວ້ 266 ປະຕູ ຈາກ 379 ນັດ ໃນປີ 1961-1970.

ສະເປິ ຊະນະ ແມນຊິຕີ້ 5 ນັດລວດໃນບ້ານ ໂດຍບໍ່ເສຍປະຕູ ບວກເພີ່ມເປັນ 39 ຄະແນນຈາກ 22 ນັດ ຍັງຢູ່ອັນດັບ 5 ຕາມຫລັງ ນິວຄາສເຊິນ ອັນດັບ 4 ພື້ນທີ່ແຊ້ມປ້ຽນລີກ 1 ຄະແນນ ແຕ່ແຂ່ງຫລາຍກວ່າໜຶ່ງນັດ, ຂະນະທີ່ ແມນຊິຕີ້ ຍັງຢູ່ອັນດັບສອງ ມີ 45 ຄະແນນຈາກ 21 ນັດ ຕາມຫລັງ ອາຣເຊນໍລ ທີມນຳ 5 ຄະແນນ ແຕ່ແຂ່ງຫລາຍກວ່າ ເດີກັນເນີ້ 1 ນັດ.

Photo: Spurs

Leave a Reply

Your email address will not be published. Required fields are marked *