ຣາຟາເອວ ວາຣານ ກອງຫລັງທັບປີສາດແດງ ແມນເຊັສເຕີ ຢູໄນເຕັດ ໄວພຽງ 29 ປີ ປະກາດອຳລາການຮັບໃຊ້ທີມຊາດຝຣັ່ງ ເມື່ອວັນທີ 2 ກຸມພາຜ່ານມາ ພາຍຫລັງຮັບໃຊ້ທັບກາໄກ່ ທີມຊາດຝຣັ່ງ ມາແຕ່ປີ 2013 ຮັບໃຊ້ທີມທັງໝົດ 93 ນັດ ຍິງ 5 ປະຕູ ຊ່ວຍທີມໄດ້ແຊ້ມບານໂລກ 2018, ຮອງແຊ້ມໂລກ 2022 ແລະ ແຊ້ມ ຢູຟ້າ ເນຊັ່ນລີກ ລະດູການ 2020–21. ກ່ອນໜ້ານີ້ ເມື່ອຕົ້ນເດືອນມັງກອນປີນີ້ ຮິວໂກ້ ຢໍຣິສ ຜູ້ຮັກສາປະຕູຂອງທີມ ກໍປະກາດອຳລາການຮັບໃຊ້ທີມຊາດ.
Photo: Raphaël Varane, Équipe de France de Football