ເຕະບານຊິງແຊ້ມສະໂມສອນໂລກ ລະເບີດຄວາມມັນທີ່ໂມຣັອກໂຄ ວັນທີ 1-11 ກຸມພາ 2023

ການແຂ່ງຂັນເຕະບານຊິງແຊ້ມສະໂມສອນໂລກ ຄັ້ງທີ 19 ທີ່ປະເທດໂມຣັອກໂຄ (ມາຣົກ) ເປັນເຈົ້າພາບ ໄດ້ເປີດສາກຄວາມມັນແລ້ວ, ຄູ່ທຳອິດ ຮອບທຳອິດ ອາວ ອາລີ ຈາກເອຢິບ ຕົວແທນຈາກທະວີບອາຟຣິກາ ເອົາຊະນະ ໂອ໊ກແລ້ນ ຊິຕີ້ ຈາກນິວຊີແລນ (ນູແວນເຊລັງ) ທີມແຊ້ມຂົງເຂດໂອເຊອານີ້ 3-0 ເຂົ້າຮອບທີສອງ ໄປພົບກັບ ຊີດເທິນ ເຊົາເດີ ນ້ອງໃໝ່ຈາກອາເມຣິກາ ແຊ້ມສະໂມມອນຄອນຄາແຄັຟ ຈະແຂ່ງຂັນວັນທີ 4 ກຸມພານີ້.

ສຳລັບການແຂ່ງຂັນເຕະບານຊິງແຊ້ມສະໂມສອນໂລກ ຫລື FIFA Club World Cup ຄັ້ງນີ້ ແຂ່ງຂັນໃນລະຫວ່າງວັນທີ 1-11 ກຸມພາ 2023 ນີ້ ປະເທດໂມຣັອກໂຄ (ມາຣົກ) ເປັນເຈົ້າພາບຄັ້ງທີ 3 ຕໍ່ຈາກປີ 2013, 2014 ໂດຍມີ 7 ທີມເຂົ້າຮ່ວມຄື: ຣຽວ ມາດຣິດ ແຊ້ມຢູຟ້າ ແຊ້ມປ້ຽນລີກ ຕົວແທນຈາກເອີຣົບ ເຊິ່ງໄດ້ສິດລໍຖ້າໃນຮອບ 4 ທີມສຸດທ້າຍ ລໍຖ້າພົບກັບຜູ້ຊະນະລະຫວ່າງ ອາວ ອາລີ ຈາກເອຢິບ ຕົວແທນຈາກທະວີບອາຟຣິກາ ຫລື ຊີດເທິນ ເຊົາເດີ ນ້ອງໃໝ່ຈາກອາເມຣິກາ ແຊ້ມສະໂມມອນຄອນຄາແຄັຟ.

ອີກສາຍໜຶ່ງ ຟລາແມັງໂກ້ ຈາກເບຣຊິນ ແຊ້ມໂຄປ້າ ລິເບີຕາດໍເຣັສ ຈາກອາເມຣິກາໃຕ້ ກໍໄດ້ສິດລໍຖ້າໃນຮອບ 4 ທີມສຸດທ້າຍ ລໍຖ້າພົບກັບຜູ້ຊະນະລະຫວ່າງ ອາວ ຮີລາວ ຈາກຊາອຸດິອາຣາເບຍ ແຊ້ມສະໂມສອນອາຊີ ຫລື ວີດາດ ຄາຊາບັງກ້າ ຈາກເຈົ້າພາບ ທັງເປັນແຊ້ມສະໂມສອນອາຟຣິກາ.

Photo: Al Ahly SC

Leave a Reply

Your email address will not be published. Required fields are marked *