ການແຂ່ງຂັນເຕະບານ ໂຄປ້າ ອີຕາເລຍ ລະດູການ 2022-23 ຮອບ 8 ທີມສຸດທ້າຍ ວັນທີ 1 ກຸມພາຜ່ານມາ, ມີການພິກລັອກເກີດຂຶ້ນຕື່ມ ໂດຍສະເພາະ ເຄຣໂມເນເຊ່ ທີມນ້ອງໃໝ່ ແລະ ຢູ່ທ້າຍຕາຕະລາງ ເຊຣີອາ ລະດູການນີ້ ລົ້ມທີມໃຫຍ່ຕໍ່ເນື່ອງ ຫລ້າສຸດບຸກຊະນະ ໂຣມ້າ ແຊ້ມ 9 ສະໄໝ 2-1 ເຂົ້າຮອບ 4 ທີມສຸດທ້າຍ ໂຄປ້າ ອີຕາເລຍ ໃນຮອບ 36 ປີ, ກ່ອນໜ້ານີ້ ຮອບ 16 ທີມສຸດທ້າຍ ບຸກຊະນະ ນາໂປລີ ດ້ວຍການດວນຈຸດໂທດ 5-4 ເວລາປົກກະຕິກັບການຕໍ່ເວລາພິເສດສະເໝີກັນ 2-2.
ຮອບ 4 ທີມສຸດທ້າຍ ເຄຣໂມເນເຊ່ ໄປພົບກັບ ຟິອໍເຣນຕິນ້າ ທີ່ເອົາຊະນະ ໂຕຣີໂນ້ 2-1, ເຄຣໂມເນເຊ່ ຜົນງານໃນ ເຊຣີອາ ລະດູການນີ້ ຍັງບໍ່ພົບກັບໄຊຊະນະ 20 ນັດ ມີພຽງ 8 ຄະແນນ ຢູ່ອັນດັບສຸດທ້າຍ ຫ່າງຈາກພື້ນທີ່ປອດໄພ 10 ຄະແນນ.
ສຳລັບ ໂຄປ້າ ອີຕາເລຍ ໃນຄືນວັນພະຫັດທີ 2 ກຸມພານີ້ ຈະມີແຂ່ງຂັນໜຶ່ງຄູ່: ຢູເວັນຕຸສ ແຊ້ມສູງສຸດ 14 ສະໄໝ ພົບກັບ ລາຊີໂອ້ ແຊ້ມ 7 ສະໄໝ ເວລາ: 3:00.
Photo: U.S. Cremonese