ຄາດຫວັງ! ການແຂ່ງຂັນດອກປີກໄກ່ ຊິງແຊ້ມທົ່ວປະເທດ ຄັ້ງທີ 21 ຊິງຂັນປະທານສະພາແຫ່ງຊາດ ປີນີ້ ຈະເຮັດໃຫ້ວົງການກິລາດອກປີກໄກ່ລາວຄຶ້ນຄື້ນຂຶ້ນກວ່າເກົ່າ

ທ່ານ ໄຊບັນດິດ ຣາຊພົນ ຮອງປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ ຫວັງຢ່າງຍິ່ງວ່າ: ການແຂ່ງຂັນກິລາດອກປີກໄກ່ ຊິງແຊ້ມທົ່ວປະເທດ ຄັ້ງທີ 21 ຊິງຂັນປະທານສະພາແຫ່ງຊາດ ໃນລະຫວ່າງວັນທີ 1-4 ກັນຍາ 2022 ນີ້ ຈະເຮັດໃຫ້ວົງການກິລາດອກປີກໄກ່ລາວກັບມາຟົດຟື້ນ-ຄຶ້ນຄື້ນຂຶ້ນກວ່າເກົ່າ ພາຍຫລັງມິດງຽບມາໄລຍະໜຶ່ງ ຍ້ອນຜົນກະທົບຂອງພະຍາດໂຄວິດ-19 ເຊິ່ງທາງສະຫະພັນຈະພະຍາຍາມສຸດຂີດ ເພື່ອຊອກຫາທ່າແຮງ ມາສະໜັບສະໜູນ ແລະ ພັດທະນາບຸກຄະລາກອນຮອບດ້ານ ໂດຍສະເພາະນັກກິລາ ໃຫ້ມີການຝຶກແອບເຄື່ອນໄຫວແຂ່ງຂັນຢ່າງຕໍ່ເນື່ອງ ເພື່ອພັດທະນາສີມື ໃຫ້ທຽມທັນກັບພາກພື້ນ ແລະ ສາກົນ ຖືວ່າເປັນສິ່ງທີ່ທ້າທາຍຢ່າງຍິ່ງ ແຕ່ກໍເປັນສິ່ງທີ່ຕ້ອງໄດ້ບຸກບືນພັດທະນາຮ່ວມກັນ.

ສຳລັບການແຂ່ງຂັນກິລາດອກປີກໄກ່ ຊິງແຊ້ມທົ່ວປະເທດ ຄັ້ງທີ 21 ຊິງຂັນປະທານສະພາແຫ່ງຊາດການແຂ່ງຂັນຄັ້ງນີ້ ໄດ້ຮັບການສະໜັບສະໜູນຫລັກໂດຍ ບໍລິສັດ ເບຍລາວ ຈຳກັດ ເຊິ່ງເປັນພັນທະມິດທີ່ໃຫ້ການຊ່ວຍເຫລືອສະຫະພັນຕະຫລອດມາ ທັງນີ້ ກໍເພື່ອສ້າງຂະບວນການສະເຫລີມສະຫລອງວັນສຳຄັນຕ່າງໆຂອງຊາດ ໂດຍສະເພາະ ວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 31 ປີ ພ້ອມກັນນີ້ ກໍເປັນການສ້າງຂະບວນການແຂ່ງຂັນກິລາດອກປີກໄກ່ພາຍໃນປະເທດໃຫ້ມີຄວາມຟົດຟື້ນ, ເປີດໂອກາດໃຫ້ນັກກິລາໄດ້ທົດສອບສີມື, ທັກສະ, ຄວາມສາມາດ ແລະ ຄັດເລືອກນັກກິລາດີເດັ່ນເປັນນັກກິລາທີມຊາດໃນແຕ່ລະຮຸ່ນອາຍຸ ນອກຈາກນີ້ ກໍເປັນການກຽມຄວາມພ້ອມສູ່ງານກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງໃນທ້າຍປີນີ້.

ການແຂ່ງຂັນເທື່ອນີ້ ເບື້ອງຕົ້ນມີ 13 ລາຍການ ແລະ ຕັດຮອນໃຫ້ເຫລືອ 11 ລາຍການ ເນື່ອງຈາກປະເພດຍິງດ່ຽວ ຮຸ່ນອາຍຸບໍ່ເກີນ 15 ປີ ແລະ 18 ປີ ບໍ່ໄດ້ຕາມເງື່ອນໄຂຈັດການແຂ່ງຂັນ, ສຳລັບ 11 ລາຍການທີ່ທຳການແຂ່ງຂັນໃນຄັ້ງນີ້ ປະກອບມີ ຮຸ່ນເຍົາວະຊົນ ມີ 4 ລາຍການຄື: ຍິງດ່ຽວ, ຊາຍດ່ຽວ ອາຍຸບໍ່ເກີນ 12 ປີ, ຊາຍດ່ຽວ ອາຍຸບໍ່ເກີນ 15 ປີ ແລະ ຄູ່ຊາຍ ອາຍຸບໍ່ເກີນ 15 ປີ, ລະດັບໄວໜຸ່ມ ອາຍຸບໍ່ເກີນ 18 ປີ ມີ 3 ລາຍການຄື: ຊາຍດ່ຽວ ອາຍຸບໍ່ເກີນ 18 ປີ, ຄູ່ຊາຍ ອາຍຸບໍ່ເກີນ 18 ປີ ແລະ ຄູ່ປະສົມ ອາຍຸບໍ່ເກີນ 18 ປີ. ປະເພດທົ່ວໄປ ມີ: ຊາຍດ່ຽວ, ຄູ່ຍິງ, ຄູ່ຊາຍ, ຄູ່ປະສົມ ແລະ ຄູ່ສະໝັກຫລິ້ນຊາຍທົ່ວໄປ. ໂດຍມີນັກກິລາເຂົ້າຮ່ວມ 354 ຄົນ, ຍິງ 25 ຄົນ ເພີ່ມຂຶ້ນຈາກຄັ້ງຜ່ານມາ 10% ໂດຍມີທັງໝົດ 33 ພາກສ່ວນເຂົ້າຮ່ວມທີ່ມາຈາກບັນດາສະໂມສອນຕ່າງໆໃນທົ່ວປະເທດ ໃນນີ້ມີແຂວງສະຫວັນນະເຂດ, ຄຳມ່ວນ, ບໍລິຄຳໄຊ, ຫົວພັນ, ອຸດົມໄຊ, ຫລວງພະບາງ, ບໍ່ແກ້ວ ແລະ ນະຄອນຫລວງວຽງຈັນ.

ການແຂ່ງຂັນກິລາດອກປີກໄກ່ ຊິງແຊ້ມທົ່ວປະເທດ ຄັ້ງທີ 21 ຊິງຂັນປະທານສະພາແຫ່ງຊາດ ຈະເດີນການແຂ່ງຂັນ 4 ວັນ ວັນທີ 1-4 ກັນຍາ 2022 ນີ້ ທີ່ສະໂມສອນດອກປີກໄກ່ເສດຖາ ສະໜາມກິລາບຶງຂະຫຍອງ ນະຄອນຫລວງວຽງຈັນ ໂດຍບໍ່ເສຍຄ່າເຂົ້າຊົມ.

Photo: ໜັງສືພິມວຽງຈັນໃໝ່

Leave a Reply

Your email address will not be published. Required fields are marked *