ແຄນເຊໂລ້ ຈັດໜຶ່ງແອັສຊິດ ຊ່ວຍ ບາເຢິນ ບຸກຊະນະ ມາຍຊ໌ 4-0 ເຂົ້າຮອບ 8 ທີມສຸດທ້າຍ DFB-Pokal

ການແຂ່ງຂັນເຕະບານ DFB-Pokal ເຢຍລະມັນ ລະດູການ 2022-23 ຮອບ 16 ທີມສຸດທ້າຍ, ຄືນວັນທີ 1 ກຸມພາຜ່ານມາ, ທັບເສືອໃຕ້ ບາເຢິນ ມິວນິກ ແຊ້ມສູງສຸດ 20 ສະໄໝ ພາຍຫລັງຟອມຝືດສະເໝີ 3 ນັດລວດໃນເກມລີກ ປີ 2023 ກັບມາຄືນຟອມເກັ່ງ ບຸກຖະຫລົ່ມ ມາຍຊ໌ 4-0 ນັດນີ້ ໂຈເອົາ ແຄນເຊໂລ້ ກອງຫລັງໃໝ່ທີ່ຫາກໍຍ້າຍມາຈາກ ແມນຊິຕີ້ ໃນສັນຍາຍືມຕົວ ຈັດໜຶ່ງແອັສຊິດໃຫ້ ຊູໂປ ມົດຕິ້ງ ນາທີ 17′, ອີກສາມປະຕູໄດ້ຈາກ: ຢາມາວ ມູເຊຍລ້າ ນາທີ 37′, ເລຣອຍ ຊາເນ່ ນາທີ 44′ ແລະ ຕົວສຳຮອງ ອາວຟອງໂຊ້ ເດວິສ ນາທີ 83′ ບາເຢິນ ເຂົ້າຮອບ 8 ທີມສຸດທ້າຍຕໍ່ໄປ.

ຂະນະທີ່ ອາຣແບ ໄລຊິກ ແຊ້ມເກົ່າ ເປີດບ້ານຊະນະ ຮັອຟເຟັນຮາມ 3-1. ສ່ວນ ດັອດມຸນ ຈະແຂ່ງຂັນໃນອາທິດໜ້າ ໄປຢາມ ໂບຄຸ້ມ.

Photo: FC Bayern München

Leave a Reply

Your email address will not be published. Required fields are marked *