ການແຂ່ງຂັນເຕະບານ ຄາຣາບາວຄັບ ຫລື ລີກຄັບ ອັງກິດ ຮອບ 4 ທີມສຸດທ້າຍ ນັດທີ 2 ຄູ່ທີສອງ, ຄືນວັນທີ 1 ກຸມພາຜ່ານມາ, ທັບປີສາດແດງ ແມນເຊັສເຕີ ຢູໄນເຕັດ ແຊ້ມ 5 ສະໄໝ ເປີດບ້ານພົບກັບ ທັບເຈົ້າປ່າ ນັອດຕິ້ງແຮມ ຟໍເຣັສ ອະດີດແຊ້ມ 4 ສະໄໝ ນັດທີໜຶ່ງ ແມນຢູ ບຸກຊະນະມາກ່ອນ 3-0 ນັດນີ້ ແມນຢູ ຍັງເຮັດໄດ້ດີກວ່າ ເປັນຝ່າຍໄລ່ຕ້ອນເອົາຊະນະ ເຈົ້າປ່າ 2-0 ໄດ້ປະຕູໃນເຄິ່ງຫລັງຈາກຕົວສຳຮອງ: ອ໋ອງໂທນີ້ ມາກຊີຢາວ ນາທີ 73′ ແລະ ເຟຣດ ນາທີ 76′ ເຊິ່ງ ມາຣຄັສ ຣາຊຟອດ ສົ່ງໃຫ້ເພື່ອນຍິງທັງສອງປະຕູ ລວມຜົນສອງນັດ ແມນຢູ ຊະນະ 5-0.
ແມນຢູ ຊະນະ ນັອດຕິ້ງແຮມ ຟໍເຣັສ 8 ນັດລວດ ເຂົ້າຮອບຊິງຊະນະເລີດພົບກັບ ທັບສາລິກາດົງ ນິວຄາສເຊິນ ຢູໄນເຕັດ ທີ່ເອົາຊະນະ ເຊົາແທ່ມຕັນ ລວມຜົນສອງນັດ 3-1 ຄູ່ນີ້ພົບກັນໃນຮອບຊິງອີກຄັ້ງໃນຮອບ 24 ປີ ຕໍ່ຈາກ ຮອບຊິງ ເອຟເອຄັບ ປີ 1999 ແລະ ເປັນການພົບກັນໃນຮອບຊິງລາຍການນີ້ຄັ້ງທຳອິດ. ຮອບຊິງຊະນະເລີດ ຈະແຂ່ງຂັນທີ່ສະໜາມເວັມບລີ້ ໃນຄືນວັນທີ 26 ກຸມພາ 2023.
Photo: Manchester United