ງານແຂ່ງຂັນເຕະບານມິດຕະພາບຄັ້ງນີ້ ຈັດຂຶ້ນໃນວັນທີ 29 ມັງກອນ 2023 ຜ່ານມາ, ທີ່ເດີ່ນເຕະບານເຟີຣາຣີ້, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງ ທ່ານ ຄໍາຈັນ ໂສຕາປະເສີດ ປະທານກໍາມາທິການບັນເຜົ່າສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ ມີຜູ້ຕາງໜ້າຈາກແນວລາວສ້າງຊາດ, ພະແນກສຶກສາ ແລະ ກິລານະຄອນຫຼວງ, ສຶກສາ ແລະ ກິລາເມືອງໄຊເສດຖາ, ພ້ອມດ້ວຍພະນັກງານ, ທະຫານ, ຕໍາຫຼວດ, ນັກກິລາ ແລະ ມວນຊົນເຂົ້າຮ່ວມ.
ທ່ານ ສົມຄິດ ຕານສະຫວັດ ຮອງປະທານຈັດງານຄັ້ງນີ້ ໄດ້ກ່າວວ່າ: ຈຸດປະສົງແມ່ນແນໃສ່ການສະເຫຼີມສະຫຼອງປີໃໝ່ສາກົນ ປີ 2023 ແລະ ບຸນກະເຣີ ຫລື ບຸນປີໃໝ່ເຜົ່າກຶມມຸ, ພ້ອມກັນນີ້ ກໍເປັນການເພີ່ມທະວີຄວາມສາມັກຄີ ລະຫ່ວາງປະຊາຊົນບັນດາເຜົ່າດ້ວຍກັນ ກໍຄື ພະນັກງານ, ທະຫານ, ຕຳຫຼວດ, ນັກທຸລະກິດ, ນັກຮຽນ, ນັກສຶກສາປັນຍາຊົນ, ນັກກິລາ, ກຳມະກອນ ແລະ ເຜົ່າອື່ນໆ ໃຫ້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ, ເປັນການອະນຸລັກຮັກສາຮີດຄອງປະເພນີອັນດີງາມຂອງເຜົ່າກຶມມຸ ແລະ ເຜົ່າອື່ນໆ ທີ່ປູ່ຍ່າຕາຍາຍເຄີຍປະຕິບັດສືບທອດກັນມາແຕ່ດຶກດໍາບັນເວົ້າລວມ, ເວົ້າສະເພາະແມ່ນໃຫ້ຄົນຮຸ່ນໃໝ່ໄດ້ຮຽນຮູ້ວັດທະນະທຳ, ອະນຸລັກຮັກສາ ແລະ ສືບທອດຕໍ່ຍອດ ໃຫ້ຢູ່ຄູ່ກັບເຜົ່າ ກໍຄືສັງຄົມລາວຕະຫລອດໄປ. ນອກຈາກນີ້, ຍັງເປັນການສົ່ງເສີມຊາວໜຸ່ມ, ນັກຮຽນ, ນັກສຶກສາ ຫັນມາຫຼິ້ນກິລາຕ້ານສິງເສບຕິດ ແລະ ປະກົດການຫຍໍ້ທໍ້ຕ່າງໆ
ການແຂ່ງຂັນເຕະບານມິດຕະພາບຄັ້ງນີ້ ປະກອບມີ 10 ທີມເຂົ້າຮ່ວມ, ຜ່ານການແຂ່ງຂັນປະກົດວ່າ: ທີມຊະນະເລີດໄດ້ແກ່ ປກສ ນະຄອນຫຼວງວຽງຈັນ ໄດ້ຮັບເງິນສົດ 7 ລ້ານກີບ ພ້ອມຂັນໜຶ່ງໜ່ວຍ, ຮອງຊະນະເລີດໄດ້ແກ່ທີມລ່ອງຊານ ໄດ້ຮັບເງິນສົດ 4 ລ້ານກີບພ້ອມຂັນໜຶ່ງໜ່ວຍ, ອັນດັບທີ 3 ໄດ້ແກ່ທີມພະແນກຂ່າວພາສາກຶມມຸໂທລະພາບແຫ່ງຊາດ ໄດ້ຮັບເງິນສົດ 2 ລ້ານກີບ ພ້ອມຂັນໜຶ່ງໜ່ວຍ.
ທ່ານ ສົມຄິດ ຕານສະຫວັດ ຮອງປະທານຈັດການແຂ່ງຂັນກິລາບັນດາເຜົ່າ ຍັງກ່າວຕື່ມອີກວ່າ: ການຈັດງານຄັ້ງນີ້, ໄດ້ຮັບຜົນສໍາເລັດຕາມຄາດໝາຍ ຍ້ອນມີການສະໜັບສະໜຸນຈາກຫຼາຍພາກສ່ວນ, ເປັນຕົ້ນແມ່ນບັນດາບໍລິສັດຫ້າງຮ້ານ ແລະ ຄວາມເປັນເຈົ້າການຂອງຫຼາຍພາກສ່ວນ ທີ່ຮ່ວມແຮງຮ່ວມໃຈກັນເຮັດໃຫ້ງານຄັ້ງນີ້ສໍາເລັດໄປດ້ວຍດີ.