ອາຣເຊນໍລ ໄດ້ ຈໍກິນໂຢ້ ຈາກເຊວຊີ ລາຄາ 12 ລ້ານປອນ!

ອາຣເຊນໍລ ທີມນຳ ພຣີເມ່ຍລີກ ຂະນະນີ້ ໄດ້ນັກເຕະມາເສີມທັບຕື່ມໃນຕະຫລາດຊື້-ຂາຍນັກເຕະຮອບສອງມື້ສຸດທ້າຍ ວັນທີ 31 ມັງກອນຜ່ານມາ, ໂດຍໄດ້ ຈໍກິນໂຢ້ ກອງກາງທີມຊາດອີຕາລີ ຈາກເຊວຊີ ໄວ 31 ປີ ດ້ວຍລາຄາ 12 ລ້ານປອນ ເຊັນສັນຍາ 1 ປີເຄິ່ງ ພ້ອມເງື່ອນໄຂຕໍ່ສັນຍາຕື່ມ, ກາຍເປັນນັກເຕະຄົນທີສາມທີ່ ເດີ ກັນເນີ້ ໄດ້ມາເສີມທັບໃນເດືອນມັງກອນ ຕໍ່ຈາກ ລີນໂດ ທຣໍຊ໊າດ ຕົວບຸກທີມຊາດແບນຊິກ ທີ່ຊື້ມາຈາກໄບຣຕັ້ນ 21 ລ້ານປອນ ແລະ ຈາຄຸບ ຄີວີອໍ ກອງຫລັງທີມຊາດໂປໂລຍ ຈາກສະເປເຊຍ ດ້ວຍຄ່າໂຕ 20 ລ້ານເອີໂຣ, ແຕ່ ອາຣເຊນໍລ ໄດ້ປ່ອຍ ອາວເບີດ ແຊມບີ້ ໂລກອນກ້າ ກອງກາງຊາວແບນຊິກໃຫ້ ຄຣິສຕັນ ພາເລດ ຍືມຕົວ.

ຂະນະທີ່ ແມນເຊັສເຕີ ຢູໄນເຕັດ ໄດ້ຍືມຕົວ ມາຣເຊວ ຊະບິດເຊີ ກອງກາງທີມຊາດໂອຕຣິດ (ອັອສເຕຣຍ) ໄວ 28 ປີ ຈາກເສືອໃຕ້ ບາເຢິນ ມິວນິກ ຈົນຈົບລະດູການນີ້ ເພື່ອມາຊ່ວຍ ຄຣິສຕຽນ ອີຣິກເຊັ້ນ ແລະ ສະກັອດ ແມັກໂທມີເນ່ ທີ່ມັກມີອາການບາດເຈັບລົບກວນ.

ສ່ວນ ນິວຄາສເຊິນ ຢູໄນເຕັດ ໄດ້ປ່ອຍ ຈອນໂຈ້ ເຊວວີ້ ກອງກາງຊາວອັງກິດ ໄວ 30 ປີ ໃຫ້ ນັອດຕິ້ງແຮມ ຟໍເຣັສ ໂດຍບໍ່ເປີດເຜີຍຄ່າຕົວ ເຊັນສັນຍາ 2 ປີເຄິ່ງກັບທັບເຈົ້າປ່າ, ພ້ອມກັນນີ້ ນັອດຕິ້ງແຮມ ຟໍເຣັສ ຍັງໄດ້ ເຄເລີ ນາວາສ ຜູ້ຮັກສາປະຕູປະສົບການສູງຊາວຄັອສຕາຣິກ້າ ຈາກປາຣີ ແຊັງແຊກແມັງ ໃນສັນຍາຍືມຕົວ ແລະ ຟີລິບເປ້ ກອງຫລັງຊາວເບຣຊິນ ໄວ 33 ປີ ຈາກແອັດມາດຣິດ ເຊັນສັນຍາເຖິງເດືອນມິຖຸນາ ປີ 2024.

ທາງດ້ານ ສະເປີ ໄດ້ຍືມຕົວ ເປໂດຣ ປໍຣໂຣ້ ກອງຫລັງຊາວແອັສປາຍ ໄວ 23 ປີ ຈາກສະປອດຕິ້ງ ລິສບ້ອນ ອະດີດນັກເຕະ ແມນຊິຕີ້ ພ້ອມເງື່ອນໄຂຊື້ຂາດ 45 ລ້ານເອີໂຣ ແລະ ໄດ້ ຈຸດ ຊຸ່ນຊັບ ເບວ ກອງໜ້າຊາວອັງກິດເຊື້ອສາຍໄທ ໄວ 19 ປີ ຈາກເຊວຊີ ເຊັນສັນຍາຮອດເດືອນມິຖຸນາ ປີ 2025, ແຕ່ສະເປີ ໄດ້ປ່ອຍ ມັດ ໂດເຮີຕີ້ ແບັກຂວາຊາວອຽກລັງໃຫ້ ແອັດມາດຣິດ ຫລັງໝົດສັນຍາກັບທີມ ແລະ ປ່ອຍ ເຈດ ສະເປັນຊ໌ກອງຫລັງຊາວອັງກິດໃຫ້ ແຣນສ໌ຍືມຕົວຈົນຈົບລະດູການ ພ້ອມກັບ ໄບຣອັນ ຈິວ ປີກຊາວແອັສປາຍ ໃຫ້ ເຊບີຢ້າ ຍືມຕົວ.

ຂະນະທີ່ ເຊົາແທ່ມຕັນ ທີມທ້າຍຕາຕະລາງ ພຣີເມ່ຍລີກ ຈົກເງິນ 22 ລ້ານປອນ ຊື້ ຄາມາວດີນ ຊູເລມານ້າ ປີກທີມຊາດການ້າ ໄວ 20 ປີ ຈາກແຣນສ໌ ເປັນສະຖິຕິແພງສຸດຂອງສະໂມສອນ ເຊັນສັນຍາ 5 ປີເຄິ່ງ, ຄ່າໂຕຂອງ ຊູເລມານ້າ ໄປທຳລາຍສະຖິຕິທີ່ ເຊົາແທ່ມຕັນ ຊື້ແດນນີ້ ອິ້ງ ຈາກລີເວີພູລ 20 ລ້ານປອນ ໃນປີ 2019. ສຳລັບ ຜົນງານຂອງ ຊູເລມານ້າ ໃນລະດູການນີ້ ຍິງພຽງ 1 ປະຕູ ຈາກການລົງຫລິ້ນ 29 ນັດ.

ສ່ວນ ລີດ ຢູໄນເຕັດ ໄດ້ ເວັສຕັນ ແມັກເຄັນນີ້ ກອງກາງທີມຊາດສະຫະລັດ ອາເມຣິກາ ໄວ 24 ປີ ຈາກຢູເວັນຕຸສ ໃນສັນຍາຍືມຕົວຈົນຈົບລະດູການນີ້.

Leave a Reply

Your email address will not be published. Required fields are marked *