ເຊວຊີ ສ້າງສະຖິຕິໃໝ່! ຊື້ ເອັນໂຊ້ ແຟນັນເດັຊ 107 ລ້ານປອນ ແພງສຸດໃນອັງກິດ!

ທັບສິງຟ້າ ເຊວຊີ ທີມຊັ້ນນຳໃນສັງວຽນ ພຣີເມ່ຍລີກ ອັງກິດ ຈົກເງິນ 107 ລ້ານປອນ ຫລື 121 ລ້ານເອີໂຣ ຊື້ ເອັນໂຊ້ ແຟນັນເດັຊ ກອງກາງຟອມເດັ່ນ ໄວ 22 ປີ ຈາກເບັນຟີກ້າ ຜູ້ຊ່ວຍທີມຊາດອາກຊັງຕິນ ພິຊິດແຊ້ມໂລກ 2022 ໃນຮອບ 36 ປີ ພ້ອມຄວ້າລາງວັນດາວຮຸ່ງດີເດັ່ນມາຄອງ.

ຄ່າໂຕຂອງ ເອັນໂຊ້ ແຟນັນເດັຊ ຄັ້ງນີ້ ໄດ້ທຳລາຍສະຖິຕິຂອງ ແຈັກ ກຣີລິສ ກອງກາງທີມຊາດອັງກິດ ທີ່ຍ້າຍຈາກ ແອັສຕັນ ວິນລ້າ ມາຢູ່ກັບ ແມນຊິຕີ້ ດ້ວຍຄ່າໂຕ 100 ລ້ານປອນ ໃນປີ 2021.

ເອັນໂຊ້ ແຟນັນເດັຊ ເຊັນສັນຍາ 8 ປີເຄິ່ງກັບ ເຊວຊີ ໂດຍ The Blues ຈະຜ່ອນຈ່າຍ 5 ປີ, ປີລະປະມານ 30 ລ້ານປອນ, ສຳລັບ ເອັນໂຊ້ ແຟນັນເດັຊ ເຕີບໂຕມາຈາກອາຄາເດມີ້ຂອງ ຣິເວີເພຈ ກ້າວຂຶ້ນທີມຊຸດໃຫຍ່ໃນປີ 2019 ກ່ອນຍ້າຍມາ ເບັນຟີກ້າ ໃນປີ 2022 ດ້ວຍຄ່າໂຕ 10 ລ້ານເອີໂຣ ສ້າງຜົນງານໄດ້ຢ່າງໂດດເດັ່ນ ລົງຫລິ້ນ 29 ນັດ ຍິງ 4 ປະຕູ 7 ແອັສຊິດ, ຊ່ວຍ ເບັນຟີກ້າ ຟອມດີໃນລະດູການນີ້ ເປັນທີມນຳລີກສູງສຸດ, ເຂົ້າຮອບ 8 ທີມສຸດທ້າຍ ເອຟເອຄັບຂອງປະເທດ ແລະ ເຂົ້າຮອບ 16 ທີມສຸດທ້າຍ ຢູຟ້າ ແຊ້ມປ້ຽນລີກ ໃນຖານະອັນດັບໜຶ່ງຂອງກຸ່ມ.

ເອັນໂຊ້ ແຟນັນເດັຊ ກາຍເປັນນັກເຕະຄົນທີ 7 ທີ່ເຊວຊີ ໄດ້ມາເສີມທັບຕໍ່ຈາກ ເບນອຍ ບາເດຍຊິວ ກອງຫລັງໂມນາໂຄ, ເດວິດ ດາໂຕຣ ໂຟຟານ້າ ກອງໜ້າຈາກໂໝດ, ອັງເດຣ ຊານໂຕສ ກອງກາງຈາກ ວັສໂກ້ ດາ ກາມ້າ, ມິຄາຍໂລ້ ມູດິກ ກອງກາງຈາກຊັກຕ້າ ໂດເນັດ, ໂນນີ້ ມາດູເກ້ ກອງໜ້າຈາກພີເອັສວີ ໄອໂຮເຟັນ ແລະ ມາໂລ ກຸສໂຕ້ ກອງຫລັງຈາກ ລີຢົງ. ເຊວຊີ ໃຊ້ເງິນຊື້ນັກເຕະໃນຮອບສອງ 288 ກວ່າລ້ານປອນ ບວກກັບຮອບທີໜຶ່ງ ລວມ 500 ກວ່າລ້ານປອນ.

Photo: Sport Lisboa e Benfica, FIFA World Cup

Leave a Reply

Your email address will not be published. Required fields are marked *