ມັດຕິໂອ້ ດາມ້ຽນ ອະດີດນັກເຕະແມນຢູ ຍິງປະຕູໄຊ ຊ່ວຍ ອິນເຕີ ຊະນະ ອັດຕາລັນຕ້າ 1-0 ເຂົ້າຮອບ 4 ທີມສຸດທ້າຍ ໂຄປ້າ ອີຕາເລຍ

ການແຂ່ງຂັນເຕະບານ ໂຄປ້າ ອີຕາເລຍ ລະດູການ 2022-23 ຮອບ 8 ທີມສຸດທ້າຍ ຄູ່ທີໜຶ່ງ ເມື່ອວັນທີ 31 ມັງກອນຜ່ານມາ, ທັບງູໃຫຍ່ ອິນເຕີ ມິລານ ແຊ້ມເກົ່າ ເປີດບ້ານເຊືອດ ອັດຕາລັນຕ້າ ແບບຫວຸດວິດ 1-0 ຈາກປະຕູໄຊຂອງ ມັດຕິໂອ້ ດາມ້ຽນ ອະດີດກອງຫລັງແມນຢູ ນາທີ 57′, ອິນເຕີ ເຂົ້າຮອບ 4 ທີມສຸດທ້າຍ ລໍຖ້າພົບກັບຜູ້ຊະນະລະຫວ່າງ ຢູເວັນຕຸສ ຮອງແຊ້ມລະດູການຜ່ານມາ ຫລື ລາຊີໂອ້ ແຊ້ມ 7 ສະໄໝ ທີ່ຈະແຂ່ງຂັນໃນຄືນວັນທີ 2 ກຸມພານີ້.

ສ່ວນຄືນວັນພຸດທີ 1 ກຸມພານີ້ ຈະມີແຂ່ງຂັນ ຮອບ 8 ທີມສຸດທ້າຍສອງຄູ່: ຟິອໍເຣນຕິນ້າ ພົບ ໂຕຣີໂນ້ ເວລາ: 00:00 ແລະ ໂຣມ້າ ພົບ ເຄຣໂມເນເຊ່ ເວລາ: 3:00.

Photo: Inter

Leave a Reply

Your email address will not be published. Required fields are marked *