ນິວຄາສເຊິນ ຊະນະ ເຊົາແທ່ມຕັນ ເຂົ້າຊິງ ລີກຄັບ ອັງກິດ ໃນຮອບ 47 ປີ

ການແຂ່ງຂັນເຕະບານ ຄາຣາບາວຄັບ ຫລື ລີກຄັບ ອັງກິດ ຮອບ 4 ທີມສຸດທ້າຍ ນັດທີ 2 ຄູ່ທີໜຶ່ງ, ຄືນວັນທີ 31 ມັງກອນຜ່ານມາ, ທັບສາລິກາດົງ ນິວຄາສເຊິນ ຢູໄນເຕັດ ຍັງຟອມດີຕໍ່ເນື່ອງ ເປີດບ້ານເອົາຊະນະ ເຊົາແທ່ມຕັນ ແບບຫວຸດວິດ 2-1 ນິວຄາສເຊິນ ໄດ້ສອງປະຕູນຳກ່ອນຈາກ: ຊອນ ລ໋ອງສະຕາຟ ນາທີ 5′ ແລະ 21′, ເຊົາແທ່ມຕັນ ທວງຄືນໄດ້ພຽງໜຶ່ງປະຕູຈາກ: ເຊ່ ອາດຳ ນາທີ 29′ ທ້າຍເກມເຈົ້າບ້ານເຫລືອຜູ້ຫລິ້ນ 10 ຄົນ ເມື່ອ ບຣູໂນ້ ກຸຍມາຣັສ ໄດ້ບັດແດງ ນາທີ 82′ ແຕ່ບໍ່ມີປະຕູເພີ່ມ ຈົບເກມ ນິວຄາສເຊິນ ຊະນະ ເຊົາແທ່ມຕັນ ແບບຫວຸດວິດ 2-1 ລວມຜົນສອງນັດ ນິວຄາສເຊິນ ຊະນະ 3-1 ເຂົ້າຊິງຊະນະເລີດລາຍການນີ້ ເປັນຄັ້ງທີສອງ ໃນຮອບ 47 ປີ ຕໍ່ຈາກລະດູການ 1975–76.

ຮອບຊິງຊະນະເລີດ ນິວຄາສເຊິນ ລໍຖ້າພົບກັບ ຜູ້ຊະນະລະຫວ່າງ ແມນເຊັສເຕີ ຢູໄນເຕັດ ຫລື ນັອດຕິ້ງແຮມ ຟໍເຣັສ ທີ່ຈະແຂ່ງຂັນນັດທີສອງ ໃນຄືນວັນພຸດທີ 1 ກຸມພານີ້ ເວລາ 3:00.

Photo: Newcastle United

Leave a Reply

Your email address will not be published. Required fields are marked *