ເອຟເວີຕັນ ປະກາດແຕ່ງຕັ້ງ ຊອນໄດ໋ ຜູ້ຈັດການທີມຊາວອັງກິດ ໄວ 51 ປີ ອະດີດຄູຝຶກ ເບີນລີ້ ເປັນຜູ້ຈັດການທີມໃໝ່ແທນທີ່ ແຟັງ ແລມພ໋າດ ທີ່ຖືກປົດອອກຈາກຕຳແໜ່ງ ຫລັງພາທີມຜົນງານຕົກຕໍ່າ ຈົ່ມຢູ່ທ້າຍຕາຕະລາງ ພຣີເມ່ຍລີກ ໂດຍ ຊອນໄດ໋ ໄດ້ເຊັນສັນຍາ 2 ປີເຄິ່ງກັບ ເອຟເວີຕັນ ເປົ້າໝາຍພາທີມໜີຕົກຊັ້ນໃຫ້ໄດ້.
ຜ່ານມາ ຊອນໄດ໋ ມີປະສົບການຄຸມ ວັດຟອດ ແລະ ເບີນລີ້ ໂດຍແຍກທາງກັບ ເບີນລີ້ ໃນເດືອນເມສາປີ 2022 ຍ້ອນພາທີມຟອມຕົກ ແຕ່ຕະຫລອດ 10 ປີ ທີ່ຢູ່ກັບ ເບີນລີ້ ມີປະສົບການພາທີມລອດຕົກຊັ້ນຫລາຍລະດູການ ໂດຍສະເພາະ ລະດູການ 2017-18 ສາມາດພາ ເບີນລີ້ ຈົບອັນດັບ 7 ຄວ້າສິດໄປຮອບຄັດເລືອກບານເອີຣົບ ຢູໂຣປ້າລີກ ໃນຮອບ 51 ປີ. ສຳລັບ 2 ນັດຕໍ່ໄປຂອງ ເອຟເວີຕັນ ພົບງານໜັກ ເມື່ອຕ້ອງເປີດບ້ານດວນກັບທີມນຳ ອາຣເຊນໍລ ວັນເສົາທີ 4 ກຸມພານີ້, ຈາກນັ້ນ ຈະໄປຢາມ ຫົງແດງ ລີເວີພູລ ວັນທີ 13 ກຸມພາ. ຕອນນີ້ ເອຟເວີຕັນ ຢູ່ພື້ນທີ່ຕົກຊັ້ນ ອັນດັບທີ 19 ມີພຽງ 15 ຄະແນນຈາກ 20 ນັດ ຫ່າງຈາກພື້ນທີ່ປອດໄພ 2 ຄະແນນ.
Photo: Everton FC