ການແຂ່ງຂັນເທັນນິສ ແກຣນສະແລມ ຢູເອັສ ໂອເພັນ 2022 ທີ່ນິວຢ໊ອກ ສະຫະລັດ ອາເມຣິກາ ປະເພດຊາຍດ່ຽວ ຮອບທີ 2 ຄາຣັອສ ອາວຄາຣັຊ ດາວເດັ່ນຊາວສະເປນ (ແອັສປາຍ) ໄວ 19 ປີ ປາບ ເຟດເດຣິໂກ້ ໂຄເຣຍ ຈາກອາກຊັງຕິນ ອັນດັບ 78 ຂອງໂລກ 3 ເຊັດລວດ: 6-2, 6-1, 7-5 ເຂົ້າຮອບ 3 ໄປພົບກັບ ເຈັນສັນ ບຣຸກບີ້ ອັນດັບ 43 ຂອງໂລກຈາກເຈົ້າພາບ ທີ່ເອົາຊະນະ ບໍນ້າ ໂຄຣິກ ມື 25 ຂອງລາຍການຈາກໂຄຣເອເຊຍ 3-0 ເຊັດ.
ຂະນະທີ່ ຄາເມຣ້ອນ ນໍຣີ້ ຮອງແຊ້ມວິມເບິດັນ 2022 ຈາກສະຫະຣາຊອານາຈັກ ມື 7 ຂອງລາຍການ ຊະນະ ໂຈເອົາ ຊູຊ້າ ອັນດັບ 59 ຂອງໂລກຈາກປັອກຕຸຍການ 3-0 ເຊັດ: 6-4, 6-4, 7-6(7/4) ຮອບ 3 ໄປພົບກັບ ໂຮເກີ ຣຸນ ດາວເດັ່ນ ໄວ 19 ປີ ຈາກເດັນມາກ ມື 28 ຂອງລາຍການ ທີ່ຜ່ານ ຈອນ ອິສເນີ ຈາກເຈົ້າພາບ ໂດຍບໍ່ຕ້ອງອອກແຮງ ເນື່ອງຈາກ ອິສເນີ ຂໍຖອນຕົວຍ້ອນເຈັບຂໍ້ມື. ຂະນະທີ່ ອັງເດຣ ຣູເບັຟ, ຢານນິກ ຊິນເນີ ແລະ ມາຣິນ ຊິລິກ ກໍຜ່ານໄດ້ ແຕ່ ຮູເບີດ ເຮີຄັກ ຕົກຮອບ.
ປະເພດຍິງດ່ຽວ ຮອບທີ 3 ຄູ່ທີ່ໜ້າສົນໃຈ: ອີກ້າ ສະເວຍເຕັກ ມື 1 ຂອງໂລກ ຈາກໂປໂລຍ ຊະນະ ສະລວດ ສະຕີເຟັນ ອະດີດແຊ້ມປີ 2017 ຈາກເຈົ້າພາບອາເມຣິກາ 2-0 ເຊັດ: 6-3, 6-2 ຮອບ 3 ໄປພົບກັບ ລໍເຣັນ ເດວິສ ອັນດັບ 105 ຂອງໂລກຈາກເຈົ້າພາບ. ຂະນະທີ່ ອາຣີນ້າ ຊາບາເລັນກ້າ, ວິກຕໍເຣຍ ອາຊາເຣັນກ້າ, ກາບິນ ມູກູຣູຊ້າ ກໍຜ່ານໄດ້ ລວມທັງ ເປຕ້າ ຄີໂຕວ້າ ແລະ ຄາໂຣລີນ້າ ປິສໂກວ້າ.
Photo: US Open Tennis Championships