ທັບປີສາດແດງ ແມນເຊັສເຕີ ຢູໄນເຕັດ ຍັງບໍ່ເສຍ 119 ນັດຫລັງສຸດ ໃນພຣີເມ່ຍລີກ ເມື່ອເປັນຝ່າຍຂຶ້ນນຳກ່ອນໃນເຄິ່ງເວລາທີໜຶ່ງ, ຫລ້າສຸດ ເກມລີກລະດູການໃໝ່ ນັດທີ 5 ເມື່ອວັນທີ 1 ກັນຍາຜ່ານມາ ບຸກໄປຊະນະ ຈິງຈອກສະຫຍາມ ເລັສເຕີ ຊິຕີ້ ແບບຫວຸດວິດ 1-0 ຈາກປະຕູໂທນຂອງ ຈາດອນ ຊານໂຊ້ ນາທີ 23′. ນັດຫລ້າສຸດທີ່ ແມນຢູ ປະລາໄຊ ໃນເກມລີກ ເມື່ອເປັນຝ່າຍຂຶ້ນນຳກ່ອນໃນເຄິ່ງເວລາທີໜຶ່ງ ແມ່ນເສຍໃຫ້ ເລັສເຕີ 3-5 ໃນເດືອນກັນຍາ ປີ 2014.
ແມນຢູ ຊະນະ 3 ນັດລວດ ມີ 9 ຄະແນນຈາກ 5 ນັດ ຢູ່ອັນດັບທີ 5 ຕາມຫລັງ ອາຣເຊນໍລ ທີມນຳ 6 ຄະແນນ ນັດຕໍ່ໄປຈະພົບກັບ ເດີ ກັນເນີ ວັນທີ 4 ກັນຍານີ້ ເວລາ 22:30 ຂະນະທີ່ ເລັສເຕີ ມີພຽງ 1 ຄະແນນຈາກ 5 ນັດ ຢູ່ອັນດັບສຸດທ້າຍ ນັດຕໍ່ໄປຈະໄປຢາມ ໄບຣຕັ້ນ ວັນທີ 4 ກັນຍານີ້.
Photo: Manchester United