ຣີບາກີນ້າ ແລະ ຊາບາເຣັນກ້າ ເຂົ້າຊິງ ເທັນນິສ Australian Open ຄັ້ງທຳອິດ!

ການແຂ່ງຂັນເທັນນິສ ແກຣນສະແລມທຳອິດຂອງປີ Australian Open 2023 ທີ່ນະຄອນເມວເບິນ ປະເທດອົດສະຕຣາລີ ລະຫວ່າງວັນທີ 16–29 ມັງກອນນີ້ ຊິງເງິນລາງວັນລວມ 76,500,000 ໂດລາອົດສະຕຣາລີ.

ປະເພດຍິງດ່ຽວ ຮອບຮອງຊະນະເລີດ ຫລື ຮອບ 4 ຄົນສຸດທ້າຍ: ເອເລນ້າ ຣີບາກີນ້າ ນັກເທັນນິສ ໄວ 23 ປີ ມື 22 ຂອງລາຍການ ຈາກຄາຊັກສະຖານ ແຊ້ມວິມເບີດັນ ປີຜ່ານມາ ຟອມເດັ່ນຕໍ່ເນື່ອງ ເອົາຊະນະ ວິກຕໍເຣຍ ອາຊາເຣັນກ້າ ມື 24 ຂອງລາຍການ ຈາກເບລາຣຸສ ອະດີດແຊ້ມ 2 ສະໄໝ 2-0 ເຊັດ: 7–6(7–4), 6–3.

ຣີບາກີນ້າ ສ້າງປະຫວັດສາດກາຍເປັນນັກເທັນນິສຈາກຄາຊັກສະຖານຄົນທຳອິດເຂົ້າຊິງຊະນະເລີດລາຍການນີ້ ໄປພົບກັບ ອາຣີນ້າ ຊາບາເຣັນກ້າ ມື 5 ຂອງລາຍການ ຈາກເບລາຣຸສ ທີ່ເອົາຊະນະ ແມັກດ້າ ລິນເນັດ ມື 45 ຈາກໂປໂລຍ 2-0 ເຊັດ: 7–6(7–1), 6–2 ຊາບາເຣັນກ້າ ເຂົ້າຊິງລະດັບແກຣນສະແລມຄັ້ງທຳອິດ.

Photo: AUS Open

Leave a Reply

Your email address will not be published. Required fields are marked *