ທັອດແນ່ມ ຮັອດສະເປີ ປະສົບຜົນສຳເລັດຍືມຕົວ ອາຣໂນ ແດນຈູມ້າ ສູນໜ້າທີມຊາດເນເທີແລນ ໄວ 25 ປີ ຈາກທັບເຮືອດຳນໍ້າ ບີຢາຣຽວ ຈົນຈົບລະດູການນີ້, ເປັນນັກເຕະຄົນທຳອິດທີ່ ສະເປີ ໄດ້ມາເສີມທັບໃນເດືອນມັງກອນ.
ສຳລັບ ອາຣໂນ ແດນຈູມ້າ ເຄີຍລົງຫລິ້ນໃນ ພຣີເມ່ຍລີກ ກັບ ບຣອນມັດ ລະດູການ 2019–20 ກ່ອນຍ້າຍໄປ ບີຢາຣຽວ ລະດູການ 2021–22 ໂຊຟອມເດັ່ນສົມຄວນ ຍິງ 22 ປະຕູຈາກການລົງຫລິ້ນ 51 ນັດ.
ຂະນະທີ່ ບຣອນມັດ ກໍໄດ້ ນິໂຄລັສ ແຈັກສັນ ສູນໜ້າຊາວເຊເນການ ໄວ 21 ປີ ຈາກບີຢາຣຽວ ດ້ວຍຄ່າໂຕ 23 ລ້ານເອີໂຣ ເປັນນັກເຕະຄົນທີສອງທີ່ຊື້ມາເສີມທັບໃນເດືອນມັງກອນຕໍ່ຈາກ ດານໂກ້ ກວາຕາຣ້າ ກອງໜ້າຊາວບູກີນ້າ ຟາໂຊ ດ້ວຍຄ່າໂຕ 20 ລ້ານປອນ.
Photo: Tottenham Hotspur, AFC Bournemouth