ການແຂ່ງຂັນເທັນນິສ ແກຣນສະແລມທຳອິດຂອງປີ Australian Open 2023 ທີ່ນະຄອນເມວເບິນ ປະເທດອົດສະຕຣາລີ ລະຫວ່າງວັນທີ 16–29 ມັງກອນນີ້ ຊິງເງິນລາງວັນລວມ 76,500,000 ໂດລາອົດສະຕຣາລີ.
ປະເພດຊາຍດ່ຽວ ຮອບ 8 ຄົນສຸດທ້າຍ: ໂນວັກ ໂຢໂຄວິກ ມື 4 ຂອງລາຍການ ຈາກແຊກບີ້ ແຊ້ມສູງສຸດ 9 ສະໄໝ ຜົນງານຍັງດີຕໍ່ເນື່ອງ ເອົາຊະນະ ອັງເດຣ ຣູເບັຟ ມື 5 ຂອງລາຍການຈາກຣັດເຊຍ 3-0 ເຊັດ: 6–1, 6–2, 6–4 ເຂົ້າສູ່ຮອບ 4 ຄົນສຸດທ້າຍ ໄປພົບກັບ ທອມມີ້ ພໍລ ອັນດັບ 35 ຂອງໂລກ ຈາກອາເມຣິກາ ທີ່ຊະນະ ເບັນ ເຊວຕັ້ນ ດາວເດັ່ນເພື່ອນຮ່ວມຊາດລຸ້ນນ້ອງ ແບບສຸດມັນ 3-1 ເຊັດ: 7–6(8–6), 6–3, 5–7, 6–4 ທອມມີ້ ພໍລ ເຂົ້າຮອບຮອງຊະນະເລີດລະດັບແກຣນສະແລມຄັ້ງທຳອິດ.
ປະເພດຍິງດ່ຽວ ຮອບ 8 ຄົນສຸດທ້າຍ: ອາຣີນ້າ ຊາບາເລັນກ້າ ມື 5 ຈາກເບລາຣຸສ ຊະນະ ດອນນ້າ ເວຄິກ ຈາກໂຄຣເອເຊຍ ອັນດັບ 64 ຂອງໂລກ 2-0 ເຊັດ: 6–3, 6–2 ເຂົ້າຮອບຮອງຊະນະເລີດລາຍການນີ້ເປັນຄັ້ງທຳອິດ ໄປພົບກັບ ແມັກດ້າ ລິນເນັດ ຈາກໂປໂລຍ ອັນດັບ 45 ຂອງໂລກ ທີ່ເອົາຊະນະ ຄາໂຣລີນ້າ ປລິສໂກວ້າ ມື 30 ຂອງລາຍການ ຈາກສາທາລະນະລັດເຊັກ 2-0 ເຊັດ: 6–3, 7–5 ແມັກດ້າ ລິນເນັດ ເຂົ້າຮອບຮອງຊະນະເລີດລະດັບແກຣນສະແລມຄັ້ງທຳອິດ.
Photo: Australian Open