ດັອດມຸນ ບຸກຊະນະ ມາຍ 2-1 ໄລ່ຈີ້ ບາເຢິນ ເຫລືອ 5 ຄະແນນ ບຸນເດັສລີກ້າ ນັດກາງອາທິດ!

ເຕະບານ ບຸນເດັສລີກ້າ ເຢຍລະມັນ ນັດກາງອາທິດ ຄືນວັນອັງຄານທີ 25 ມັງກອນຜ່ານມາ, ທັບເສືອເຫລືອງ ໂບຣຸສເຊຍ ດັອດມຸນ ຄວ້າໄຊສອງນັດລວດຫລັງພັກປີໃໝ່ກັບມາແຂ່ງຂັນ ຫລ້າສຸດບຸກຊະນະ ມາຍ 2-1 ຖືກຍິງຂຶ້ນນຳກ່ອນພຽງສອງນາທີທຳອິດຈາກ ລີແຈຊຸງ ແຕ່ຍິງແຊງສອງປະຕູຈາກ ຢູລຽນ ເຣສັນ ໃນສອງນາທີຕໍ່ມາ ແລະ ມາໄດ້ປະຕູໄຊທ້າຍເກມຈາກຕົວສຳຮອງ ໂຈວານີ້ ເຣນ້າ ນາທີ 90+3′.

ຂະນະທີ່ ເບຣເມັນ ເສຍໃຫ້ ຢູນ້ຽນ ເບີລິນ 1-2, ເລເວີຄູເຊັນ ຊະນະ ໂບຄຸ້ມ 2-0, ໄຟຣບວກ ສະເໝີກັບ ແຟັງເຟີດ 1-1 ແລະ ເອົ້າບວກ ຊະນະ ກັດບັກ 1-0.

ຕາຕະລາງຄະແນນຂະນະນີ້ ທັບເສືອໃຕ້ ບາເຢິນ ມິວນິກ ຍັງເປັນທີມນຳຕໍ່ໄປ ເຖິງວ່າສະດຸດສະເໝີສອງນັດຕິດຕໍ່ກັນຫລັງພັກປີໃໝ່ ກັບມາແຂ່ງຂັນ ໂດຍມີ 36 ຄະແນນຈາກ 17 ນັດ ນຳອັນດັບສອງ ຢູນ້ຽນ ເບີລິນ 3 ຄະແນນ, ຮອງລົງມາ ໄລຊິກ ມີ 32 ຄະແນນ, ດັອດມຸນ, ແຟັງເຟີດ ແລະ ໄຟຣບວກ ມີ 31 ຄະແນນເທົ່າກັນ ຕາມຫລັງ ບາເຢິນ 5 ຄະແນນ, ທ້າຍອາທິດນີ້ ສືບຕໍ່ແຂ່ງຂັນນັດທີ 18.

Photo: Borussia Dortmund

Leave a Reply

Your email address will not be published. Required fields are marked *